ຂ່າວສານ

ນະຄອນ ໂຮ່ຈີມິນ ວາງເປົ້າໝາຍຕ້ອນຮັບນັກທ່ອງທ່ຽວສາກົນ 3,5 ລ້ານເທື່ອຄົນໃນປີ 2022

ຖ້າຫາກສະພາບໂລກລະບາດໂຄວິດ-19 ຢູ່ພາຍໃນປະເທດໄດ້ຮັບການຄວບຄຸມເປັນຢ່າງດີ ຈະຕ້ອນຮັບນັກທ່ອງທ່ຽວປະມານ 25 ລ້ານເທື່ອຄົນ.
ກອງປະຊຸມສະຫຼຸບຂະແໜງທ່ອງທ່ຽວນະຄອນ ໂຮ່ຈີມິນ ປີ 2021. (ພາບ: sodulich.hochiminhcity.gov.vn)

ທີ່ກອງປະຊຸມສະຫຼຸບຂະແໜງທ່ອງທ່ຽວນະຄອນ ໂຮ່ຈີມິນ ປີ 2021 ດຳເນີນໃນວັນທີ 24 ມັງກອນ, ທາງນະຄອນໄດ້ວາງເປົ້າໝາຍຕ້ອນຮັບນັກທ່ອງທ່ຽວສາກົນ 3,5 ລ້ານເທື່ອຄົນ. ສຳລັບນັກທ່ອງທ່ຽວຢູ່ພາຍໃນປະເທດ, ທາງນະຄອນໄດ້ວາງ 2 ແຜນການຄື: ຖ້າຫາກສະພາບໂລກລະບາດໂຄວິດ-19 ຢູ່ພາຍໃນປະເທດໄດ້ຮັບການຄວບຄຸມເປັນຢ່າງດີ ຈະຕ້ອນຮັບນັກທ່ອງທ່ຽວປະມານ 25 ລ້ານເທື່ອຄົນ, ຄາດວ່າລາຍຮັບຈະບັນລຸ 97,7 ຕື້ດົ່ງ. ສ່ວນແຜນການທີ 2 ແມ່ນສະພາບໂລກລະບາດຍັງມີການຜັນແປຢ່າງສັບສົນ ທາງນະຄອນຈະມານະພະຍາມຍາມຕ້ອນຮັບນັກທ່ອງທ່ຽວພາຍໃນປະເທດປະທານ 18 ລ້ານເທື່ອຄົນ ແລະ ຄາດວ່າລາຍຮັບຈະບັນລຸ 67,7 ຕື້ດົ່ງ. ທ່ານນາງ ຫວຽນທິແອັງຮວາ, ຫົວໜ້າພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:

        “ປະຈຸບັນພວກຂ້າພະເຈົ້າພວມຢູ່ໃນໄລຍະທີ 3 ຂອງແຜນການຟື້ນຟູການທ່ອງທ່ຽວນະຄອນ ໂຮ່ຈີມິນ. ນີ້ແມ່ນພື້ນຖານຢ່າງແໜ້ນແຟ້ນ ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ຂະແໜງທ່ອງທ່ຽວນະຄອນ ໂຮ່ຈີມິນ ໃນໄລຍະຟື້ນຟູຕໍ່ໄປໃນປີ 2022. ພວກຂ້າພະເຈົ້າຫວັງວ່າ ປີ 2022 ຈະສືບຕໍ່ໄດ້ຮັບການຮ່ວມເດີນທາງ, ຮ່ວມມືກັບ

(ແຫຼ່ງຄັດຈາກ VOV)


top