ຂ່າວສານ

ນະຄອນ ໂຮ່ຈີມິນ ພົບປະກັບບັນດາອົງການທູຕານຸທູດຕ່າງປະເທດ

      ເນື່ອງໃນໂອກາດປີໃໝ່ 2018 ແລະ ບຸນເຕັດປະຈຳຊາດປີຈໍ, ຕອນຄ່ຳວັນທີ 08 ກຸມພາ,

ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຈັດຕັ້ງງານພົບປະສັງສັນກັບບັນດາອົງການທູຕານຸທູດປະຈຳນະຄອນ (ພາບ: TTXVN) 
      ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຈັດຕັ້ງງານພົບປະສັງສັນກັບບັນດາອົງການທູຕານຸທູດປະຈຳນະຄອນ ເພື່ອແນໃສ່ຮັດແໜ້ນນ້ຳໃຈມິດຕະພາບ ການຮ່ວມມືລະຫວ່າງນະຄອນກັບເພື່ອນມິດສາກົນ. ນະທີ່ນີ້, ທ່ານ ຫງວຽນແທ່ງຟອງ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ: ປີ 2017 ໄດ້ສ້າງຂີດໝາຍສຳເລັດຜົນໃນຂົງເຂດພົວພັນຕ່າງປະເທດຂອງ ຫວຽດນາມ ແລະ ນະຄອນ ໂຮ່ຈີມິນ. ທ່ານ ຫງວຽນແທ່ງຟອງ ສະແດງຄວາມເຊື່ອໝັ້ນວ່າ ຕາງໜ້າບັນດາສະຖານກົງສູນ, ບັນດາອົງການຈັດຕັ້ງສາກົນ, ອົງການບໍ່ຂຶ້ນກັບລັດຖະບານ, ວິສາຫະກິດ ແລະ ເພື່ອນມິດສາກົນ ຈະສືບຕໍ່ພ້ອມກັບອຳນາດການປົກຄອງ ແລະ ປະຊາຊົນ ນຳນະຄອນບືນຕົວຂຶ້ນຢ່າງແຮງ ແລະ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການຮ່ວມມື ແລະ ພັດທະນາລະຫວ່າງປະເທດຕ່າງໆ.
 (ແຫຼ່ງຄັດຈາກ VOV)


top