ໄລ່ລວມໃນໄລຍະ 2021 – 2025, ຍອດວົງເງິນສົ່ງອອກ - ນຳເຂົ້າຂອງນະຄອນໄດ້ເພີ່ມຂຶ້ນແຕ່ 80,26 ຕື້ USD ເປັນ 95,8 ຕື້ USD; ການນຳເຂົ້າເພີ່ມຂຶ້ນຈາກ 79,73 ຕື້ USD ເປັນ 98,2 ຕື້ USD.
ຈຸດເນັ້ນຂອງນະຄອນ ໂຮ່ຈີມິນ ແມ່ນເປີດກວ້າງຕະຫຼາດໃໝ່ (ພາບປະກອບ)
ໃນສະພາບການຄ້າທົ່ວໂລກມີການຜັນແປຢ່າງແຮງ, ຮົ້ວກີດຂວາງດ້ານເຕັກນິກເພີ່ມຂຶ້ນ, ຄວາມຮຽກຮ້ອງຫັນເປັນສີຂຽວ ແລະ ການດັດປັບນະໂຍບາຍພາສີອາກອນຢູ່ພື້ນຖານເສດຖະກິດໃຫຍ່ຈຳນວນໜຶ່ງ, ການເຄື່ອນໄຫວສົ່ງອອກຂອງນະຄອນ ໂຮ່ຈິມິນ ຍັງຮັກສາທ່າເຕີບໂຕຢ່າງຕັ້ງໜ້າ.
ໄລ່ລວມໃນໄລຍະ 2021 – 2025, ຍອດວົງເງິນສົ່ງອອກ - ນຳເຂົ້າຂອງນະຄອນໄດ້ເພີ່ມຂຶ້ນແຕ່ 80,26 ຕື້ USD ເປັນ 95,8 ຕື້ USD; ການນຳເຂົ້າເພີ່ມຂຶ້ນຈາກ 79,73 ຕື້ USD ເປັນ 98,2 ຕື້ USD. ໂຄງປະກອບການສົ່ງອອກ - ນຳເຂົ້າສືບຕໍ່ຫັນເປັນຫຼາຍຮູບຫຼາຍແບບ, ສຸມໃສ່ບັນດາໝວດອຸດສາຫະກຳປຸງແຕ່ງ, ຜະລິດເປັນຫຼັກ, ຄື: ເອກເລັກໂຕນິກ, ຄອມພິວເຕີ, ເຄື່ອງອາໄຫຼ່, ກົນຈັກ, ອຸປະກອນ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ… ກ່ຽວກັບຕະຫຼາດ, ສິນຄ້າຂອງນະຄອນຮັກສາທ່າເຕີບໂຕຢູ່ ອາເມລິກາ, ສະຫະພາບ ເອີລົບ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ; ພ້ອມກັນນັ້ນ ກໍ່ເປີດກວ້າງອອກສູ່ບັນດາຕະຫຼາດຢູ່ໃນສັນຍາການຄ້າເສລີ (FTAs) ແລະ ໃນເບື້ອງຕົ້ນໄດ້ແຊກຊຶມຕະຫຼາດຕາເວັນອອກກາງ, ອາຟະລິກາໃຕ້, ອາຟະລິກາ.
ກ້າວເຂົ້າສູ່ໄລຍະໃໝ່, ພ້ອມກັບການຮັກສາການມີໜ້າຢູ່ ອາເມລິກາ, ຈີນ, ອີຢູ, ຍີ່ປຸ່ນ, ສ.ເກົາຫຼີ, ຈຸດເນັ້ນຂອງນະຄອນ ໂຮ່ຈີມິນ ແມ່ນເປີດກວ້າງຕະຫຼາດໃໝ່, ຈຸດສຸມຄື ຕາເວັນອອກກາງ, ອາຊີໃຕ້, ອາຟະລິກາ, ອາເມລິກາ ລາຕິງ ແລະ ບັນດາຕະຫຼາດທີ່ມີມາດຕະຖານສູງ.