ຂ່າວສານ

ນະຄອນ ໂຮ່ຈີມິນ ຕ້ອນຮັບແຂກທ່ອງທ່ຽວຜູ້ທີ 7 ລ້ານໃນປີ 2018

      ພິທີຕ້ອນຮັບແຂກທ່ອງທ່ຽວພິເສດຜູ້ທີ 7 ລ້ານມາຍັງນະຄອນ ໂຮ່ຈີມິນ ປີ 2018 ແມ່ນໜຶ່ງໃນບັນດາເຫດການຕອບສະໜອງ 320 ປີແຫ່ງວັນສ້າງຕັ້ງນະຄອນ ໄຊງ່ອນ - ນະຄອນ ໂຮ່ຈີມິນ (1698 - 2018).

ແຂກທ່ອງທ່ຽວພິເສດ 3 ຄົນມາຢ້ຽມຢາມນະຄອນໃນຊຸມວັນທ້າຍປີ 2018 (ພາບ: plo.vn)
      ຕອນເຊົ້າວັນທີ 10 ທັນວາ, ທີ່ສະໜາມບິນສາກົນ ເຕີນເຊີນເຍີ໊ດ, ພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ໄດ້ສົມທົບກັບບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines), ສະໜາມບິນສາກົນ ເຕີນເຊີນເຍີ໊ດ ແລະ ກົມພາສີສາຂາສະໜາມບິນສາກົນ ເຕີນເຊີນເຍີ໊ດ ຈັດຕັ້ງພິທີຕ້ອນຮັບແຂກທ່ອງທ່ຽວຜູ້ທີ 7 ລ້ານທີ່ມານະຄອນ ໂຮ່ຈີມິນ. ແຂກທ່ອງທ່ຽວຜູ້ທີ 7 ລ້ານແມ່ນທ່ານ Tissot Jean Claude ແລະ ແຂກທ່ອງທ່ຽວຜູ້ທີ 6.999.999 ແລະ ຜູ້ທີ 7.000.001 ໃນຖ້ຽວບິນ VN10 ຈາກ Paris (ຝຣັ່ງ) ມາຍັງນະຄອນ ໂຮ່ຈີມິນ ໄດ້ມີຄວາມຕົກສະເງີ້ເມື່ອໄດ້ເປັນແຂກທ່ອງທ່ຽວພິເສດມາຢ້ຽມຢາມນະຄອນໃນຊຸມວັນທ້າຍປີ 2018.
        ພິທີຕ້ອນຮັບແຂກທ່ອງທ່ຽວພິເສດຜູ້ທີ 7 ລ້ານມາຍັງນະຄອນ ໂຮ່ຈີມິນ ປີ 2018 ແມ່ນໜຶ່ງໃນບັນດາເຫດການຕອບສະໜອງ 320 ປີແຫ່ງວັນສ້າງຕັ້ງນະຄອນ ໄຊງ່ອນ - ນະຄອນ ໂຮ່ຈີມິນ (1698 - 2018).
 (ແຫຼ່ງຄັດຈາກ VOV)


top