ຂ່າວສານ

ນະຄອນ ໂຮ່ຈີມິນ ຕັ້ງໜ້າຮັບມືກັບໂລກລະບາດໂຄວິດ - 19

      ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ມີການປະຊຸມອອນລາຍກັບການນຳນະຄອນ ໂຮ່ຈີມິນ ກ່ຽວກັບສະພາບການຜັນແປ ແລະ ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ (ພາບ: VGP)
      ຕອນເຊົ້າວັນທີ 27 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ມີການປະຊຸມອອນລາຍກັບການນຳນະຄອນ ໂຮ່ຈີມິນ ກ່ຽວກັບສະພາບການຜັນແປ ແລະ ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ໃນກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ແຈ້ງວ່າ ນະຄອນ ໂຮ່ຈີມິນ ຄວນເປັນເຈົ້າການໃນການວາງອອກບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ເໝາະສົມ. ລັດຖະບານ, ບັນດາກະຊວງ, ຂະແໜງການຕ່າງໆ ຈະສົມທົບ ແລະ ໃຫ້ການໜູນຊ່ວຍ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ, ຕາມຂໍ້ກຳນົດ, ບັນດາທ້ອງຖິ່ນທີ່ປະຕິບັດການແຍກຫ່າງໃນບໍລິເວນນະຄອນ ຕ້ອງລາຍງານຕໍ່ນາຍົກລັດຖະມົນຕີ ເພື່ອຊີ້ນຳໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ອ້ອມຂ້າງ ມີການສົມທົບຢ່າງຄົບຊຸດ ແນໃສ່ບໍ່ໃຫ້ການແລກປ່ຽນຄ້າຂາຍ, ໄປ - ມາ ຖືກຢຸດສະຫງັກໃນເວລາທີ່ບໍ່ຈຳເປັນ. ລັດຖະບານ ຈະສ້າງເງື່ອນໄຂຢ່າງສຸດຂີດເພື່ອໃຫ້ນະຄອນ ໂຮ່ຈີມິນ ແມ່ນຕົວເມືອງໃຫຍ່ ແລະ ແມ່ນຂົວເຊື່ອມຕໍ່ທາງດ້ານຄົມມະນາຄົມກັບຫຼາຍແຂວງ, ນະຄອນໃນທົ່ວປະເທດ.
 (ແຫຼ່ງຄັດຈາກ VOV)


top