ຂ່າວສານ

ນະຄອນ ໂຮ່ຈີມິນ ຍົກສູງກຳລັງຄວາມສາມາດແກ່ງແຍ້ງຫລັງໂຄວິດ-19

      ນະຄອນໂຮ່ຈີມິນ ຄວນປ່ຽນແປງວິທີບໍລິຫານ, ຄຸ້ມຄອງ, ພິເສດແມ່ນມີບັນດາມາດຕະການໜູນຊ່ວຍວິສາຫະກິດເອກະຊົນໄລຍະຫລັງໂຄວິດ-19, ເພື່ອຍົກສູງກຳລັງຄວາມສາມາດ, ດຶງດູດການລົງທຶນ. ນັ້ນແມ່ນໜຶ່ງໃນບັນດາເນື້ອໃນສຳຄັນ ທີ່ໄດ້ເນັ້ນໜັກຢູ່ວາລະປະຊຸມປຶກສາຫາລື ໃນຕອນເຊົ້າວັນທີ 10 ກໍລະກົດ ຂອງກອງປະຊຸມຄັ້ງທີ 20 ສະພາປະຊາຊົນນະຄອນໂຮ່ຈີມິນ ຊຸດທີ 9.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
      ຜູ້ແທນຫລາຍທ່ານຖືວ່າ: ເພື່ອຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງນະຄອນ, ຄວນສືບຕໍ່ປະຕິຮູບລະບຽບການບໍລິຫານ, ທີ່ດິນ ແລະ ຄຸ້ມຄອງໜ້າພຽງ, ໜູນຊ່ວຍວິສາຫະກິດສຳຜັດກັບແຫຼ່ງທຶນ.
        ມີຄວາມສົນໃຈຕໍ່ດັດຊະນີ PCI ຂອງນະຄອນ, ຜູ້ແທນຫລາຍທ່ານໄດ້ສະເໜີວ່າ ນະຄອນຄວນຕີລາຄາໄຈ້ແຍກດັດຊະນີ, ປຽບທຽບກັບບັນດາທ້ອງຖິ່ນອື່ນໆ, ຜ່ານນັ້ນ ປັບປຸງຄວາມມານະພະຍາຍາມບໍລິຫານ ກໍ່ຄືແກ້ໄຂບັນດາຂົງເຂດໃຫ້ລະອຽດ, ຕອບສະໜອງຄວາມຕ້ອງການຂອງປະຊາຄົມວິສາຫະກິດ, ວາງເປົ້າໝາຍການພັດທະນາໄລຍະຫລັງໂຄວິດ-19 ເພື່ອດຶງດູດການລົງທຶນຈາກຕ່າງປະເທດ.
(ແຫຼ່ງຄັດຈາກ VOV)


top