ຂ່າວສານ

ນະຄອນ ໂຮ່ຈີມິນ ຍູ້ແຮງການຮ່ວມມືພັດທະນາພະລັງງານຂຽວ, ສະອາດກັບ ອາເມລິກາ

ທ່ານ ຫງວຽນວັນເນັນ, ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ 2 ປະເທດຈະມີການເຄື່ອນໄຫວຮ່ວມມືຫຼາຍຢ່າງກວ່າອີກ.

ທ່ານ ຫງວຽນວັນເນັນ, ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ 2 ປະເທດຈະມີການເຄື່ອນໄຫວຮ່ວມມືຫຼາຍຢ່າງກວ່າອີກ.

  

ທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ຕ້ອນຮັບທ່ານ John Kerry, ທູດພິເສດຂອງປະທານາທິບໍດີ ອາເມລິກາ. (ພາບ: TTXVN)

ຕອນຄ່ຳວັນທີ 25 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ John Kerry, ທູດພິເສດຂອງປະທານາທິບໍດີ ອາເມລິກາ ຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ທີ່ການຕ້ອນຮັບ, ທ່ານ ຫງວຽນວັນເນັນ, ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ 2 ປະເທດຈະມີການເຄື່ອນໄຫວຮ່ວມມືຫຼາຍຢ່າງກວ່າອີກ, ໂດຍສະເພາະແມ່ນກັບບັນດາທ້ອງຖິ່ນ, ວິສາຫະກິດ ອາເມລິກາ ເພື່ອຮ່ວມເດີນທາງພ້ອມກັບນະຄອນ ໂຮ່ຈີມິນ ໃນການພັດທະນາພະລັງງານຂຽວ, ພະລັງງານສະອາດ ແລະ ພະລັງງານຜະລິດຄືນໃໝ່.

ທ່ານ John Kerry ໃຫ້ຮູ້ວ່າ, ມີວິສາຫະກິດຫຼາຍແຫ່ງຂອງ ອາເມລິກາ ມີຄວາມສາມາດບົ່ມຊ້ອນຢ່າງພຽງພໍເພື່ອຊ່ວຍ ນະຄອນໂຮ່ຈີມິນ ກໍຄືບັນດາທ້ອງຖິ່ນຂອງ ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານກໍ່ເຊື່ອໝັ້ນວ່າ ຫວຽດນາມ ມີຄວາມສາມາດຫຼາຍພໍສົມຄວນ ໃນການນຳໜ້າບັນດາປະເທດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນຂົງເຂດພັດທະນາພະລັງງານໃໝ່.

(ແຫຼ່ງຄັດຈາກ VOV)


top