ຂ່າວສານ

ນະຄອນ ໂຮ່ຈີມິນ ຂົນຂວາຍຈຳນວນເງິນປະມານ 3,2 ລ້ານໂດລາສະຫະລັດ ໃນໂຄງການ “ເພື່ອເຈື່ອງຊາສີຂຽວ”

ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຮຽກຮ້ອງໃຫ້ບັນດາຫົວໜ່ວຍ, ວິສາຫະກິດ, ອົງການສາສະໜາ, ພະນັກງານ, ນັກຮົບ...
ພິທີປຸກລະດົມໄດ້ດຶງດູດຜູ້ເຂົ້າຮ່ວມເປັນຈຳນວນຫຼາຍ

ຕອນບ່າຍວັນທີ 17 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດກອງປະຊຸມໂຄສະນາກ່ຽວກັບເຂດຊາຍແດນ, ທະເລ, ໝູ່ເກາະປີ 2023 ແລະ ປຸກລະດົມການປະຕິບັດໂຄງການ “ເພື່ອເຈື່ອງຊາສີຂຽວ”. ນະທີ່ນີ້, ທ່ານນາງ ເຈິ່ງກິມອ໋ຽນ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ: ໂຄງການ “ເພື່ອເຈື່ອງຊາສີຂຽວ” ໄລຍະ 2023 – 2025 ຈະລະດົມທຸກແຫຼ່ງກຳລັງເພື່ອດັດປັບທີ່ດິນ, ປູກຜັກ, ຕົ້ນໄມ້ຫຼາຍຊະນິດ ແລະ ພິເສດແມ່ນຕົ້ນໄມ້ກັນຄື້ນຟອງທະເລ, ເພີ່ມອັດຕາຕົ້ນໄມ້ປົກຄຸມໃນເກາະ.

ທີ່ກອງປະຊຸມ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຮຽກຮ້ອງໃຫ້ບັນດາຫົວໜ່ວຍ, ວິສາຫະກິດ, ອົງການສາສະໜາ, ພະນັກງານ, ນັກຮົບ, ປະຊາຊົນນະຄອນ ທຸກຊັ້ນວັນນະ ແລະ ພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດ ຕອບສະໜອງໂຄງການ “ເພື່ອເຈື່ອງຊາສີຂຽວ” ຜ່ານການອຸດໜູນລາຍຈ່າຍ ແລະ ປະກອບສ່ວນເຂົ້າໃນກອງທຶນ “ເພື່ອທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ - ເພື່ອແນວໜ້າຂອງປະເທດຊາດ”. ການຂົນຂວາຍນີ້ໄດ້ດຳເນີນແຕ່ມື້ນີ້ຮອດວັນທີ 30 ເມສາ 2025, ສູ້ຊົນຂົນຂວາຍໄດ້ຈຳນວນເງິນ 76 ຕື້ ດົ່ງ (ປະມານ 3,2 ລ້ານໂດລາສະຫະລັດ) ແລະ ແຕ່ລະປີຈະຈັດການໄປປະຕິບັດງານຂອງຄະນະຜູ້ແທນນະຄອນໂຮ່ຈີມິນ ຄັ້ງຕ່າງໆເພື່ອໄປມອບໃຫ້ບັນດາພະນັກງານ, ນັກຮົບ ແລະ ປະຊາຊົນໃນເມືອງເກາະເຈື່ອງຊາ.

 


top