ຂ່າວສານ

ນະຄອນ ໂຮ່ຈີມິນ ກະກຽມຜະລິດຕະພັນທ່ອງທ່ຽວໃໝ່ຫຼາຍຢ່າງໃຫ້ແກ່ລະດູທ່ອງທ່ຽວປີນີ້

ນອກຈາກຍຸດທະສາດຂອງພະແນກທ່ອງທ່ຽວແລ້ວ, ບັນດາວິສາຫະກິດທ່ອງທ່ຽວຂອງນະຄອນ ໂຮ່ຈີມິນ ກໍ່ໄດ້ເປັນເຈົ້າການສ້າງລາຍການທ່ອງທ່ຽວ, ສາຍທ່ອງທ່ຽວໃໝ່ຕື່ມອີກ ເພື່ອຮັບໃຊ້ນັກທ່ອງທ່ຽວມາຢ້ຽມຢາມໃນໂອກາດລະດູແລ້ງປີນີ້.
  (ນະຄອນ ໂຮ່ຈີມິນ ພວມຍູ້ແຮງການພັດທະນາບັນດາຜະລິດຕະພັນທ່ອງທ່ຽວຢູ່ເຂດໃຈກາງນະຄອນ)  

 ພາຍຫຼັງໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມໂດຍພື້ນຖານ ແລະ ເລື່ອງເປີດປະຕູທ່ອງທ່ຽວສາກົນຄືນໃໝ່ມີບາດກ້າວຄືບໜ້າດີນັ້ນ, ລະດູແລ້ງປີນີ້ໄດ້ຮັບການຄາດຄະເນວ່າ ແມ່ນຈຸດເວລາທີ່ສະດວກເພື່ອໃຫ້ຂະແໜງທ່ອງທ່ຽວ ຫວຽດນາມ ຟື້ນຟູ. ຍ້ອນເຫດນັ້ນ, ກໍ່່ຄ້າຍຄືກັບຫຼາຍທ້ອງຖິ່ນອື່ນໃນທົ່ວປະເທດ, ຂະແໜງທ່ອງທ່ຽວ ແລະ ບັນດາວິສາຫະກິດທ່ອງທ່ຽວນະຄອນ ໂຮ່ຈີມິນ ໄດ້ ແລະ ພວມຕັ້ງໜ້າກະກຽມຜະລິດຕະພັນ, ລາຍການທ່ອງທ່ຽວໃໝ່ອ່ຽມເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມນະຄອນ.

ພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ, ໄປພ້ອມກັບການຮັກສາບາງຜະລິດຕະພັນທ່ອງທ່ຽວທີ່ມີມາແຕ່ດົນນານແລ້ວຄື: ຄົ້ນຫາເຂດທ່ອງທ່ຽວຊີວະພາບປ່າ ຊາກເກິ່ນເຢີ ແລະ ອຸໂມງໃຕ້ດິນ ກຸຈີນັ້ນ, ທາງນະຄອນ ໂຮ່ຈີມິນ ພວມຍູ້ແຮງການພັດທະນາບັນດາຜະລິດຕະພັນທ່ອງທ່ຽວຢູ່ເຂດໃຈກາງນະຄອນ, ພົ້ນເດັ່ນແມ່ນການທ່ອງຊົມນະຄອນດ້ວຍລົດເມ 2 ຊັ້ນ ແລະ ລົດຖີບ , ທ່ຽວຊົມດ້ວຍເຮືອຢອດ ຕາມແມ່ນ້ຳ ໄຊ່ງ່ອນແລະ ລາຍການທ່ອງທ່ຽວ “ຢ້ຽມຊົມນະຄອນຈາກເຮືອບິນເອລີກອບຕີ”…

ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ນອກຈາກຍຸດທະສາດຂອງພະແນກທ່ອງທ່ຽວແລ້ວ, ບັນດາວິສາຫະກິດທ່ອງທ່ຽວຂອງນະຄອນ ໂຮ່ຈີມິນ ກໍ່ໄດ້ເປັນເຈົ້າການສ້າງລາຍການທ່ອງທ່ຽວ, ສາຍທ່ອງທ່ຽວໃໝ່ຕື່ມອີກ ເພື່ອຮັບໃຊ້ນັກທ່ອງທ່ຽວມາຢ້ຽມຢາມໃນໂອກາດລະດູແລ້ງປີນີ້. ທ່ານນາງ ຮ່ວາງຖຸຍລິງ, ຮອງຫົວໜ້າຂະແໜງສຶກສາ, ຂະຫຍາຍຕະຫຼາດ ແລະ ສື່ສານບໍລິສັດທ່ອງທ່ຽວ Saigontourist ໃຫ້ຮູ້ວ່າ, ຫົວໜ່ວຍພວມສົມທົບກັບລາຍການທ່ອງທ່ຽວດ້ວຍເຮືອບິນເອລີກອບເຕີ ດ້ວຍລາຍການ “ຂ້າພະເຈົ້າຮັກ ໄຊ່ງ່ອນ ”ເພື່ອຊ່ວຍໃຫ້ນັກທ່ອງທ່ຽວຊອກຮູ້ ແລະ ຢ້ຽມຊົມ ໄຊ່ງ່ອນ - ນະຄອນ ໂຮ່ຈີມິນ ຈາກຫຼາຍແງ່ມູມທີ່ແຕກຕ່າງກັນ.

ເມື່ອສົມທົບກັບລາຍການທ່ອງທ່ຽວດ້ວຍເຮືອບິນເອລີກອບເຕີ, ນັກທ່ອງທ່ຽວທັງຄົ້ນຫາທ້ອງຟ້າ, ທັງຄົ້ນຫາແມ່ນ້ຳ ໄຊ່ງ່ອນ ຢູ່ເທິງໜ້ານ້ຳ, ທັງຄົ້ນຫາດ້ວຍລົດເມ 2 ຊັ້ນຢູ່ທາງບົກ ແລະ ສິ້ນສຸດລົງດ້ວຍການຮັບປະທານບັນດາເຍື່ອງອາຫານເຂດພາກໃຕ້ ຫວຽດນາມ ຢູ່ເຂດທ່ອງທ່ຽວ ບິ່ນເກີຍ”.

  (ວັນບຸນທ່ອງທ່ຽວນະຄອນ ໂຮ່ຈີມິນ)  

 ທີ່ເຫດການວັນບຸນທ່ອງທ່ຽວນະຄອນ ໂຮ່ຈີມິນ ເຊິ່ງໄດ້ຈັດຂຶ້ນຫວ່າງມໍ່ໆມານີ້, ທາງນະຄອນກໍ່ສະເໜີຫຼາຍລາຍການສົມທົບກັນ, ຮ່ວມມືກັບບັນດາແຂວງ, ນະຄອນ, ພິເສດແມ່ນເຂດທ້ອງຖິ່ນໃກ້ຄຽງ ເພື່ອສ້າງຜະລິດຕະພັນທ່ອງທ່ຽວຮ່ວມສຳພັນໃໝ່ ເພື່ອຮັບໃຊ້ການທ່ອງທ່ຽວໃນລະດູທ່ອງທ່ຽວປີນີ້. ທ່ານນາງ ຫງວຽນທິແຄງ, ປະທານສະມາຄົມທ່ອງທ່ຽວນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

ລະດູທ່ອງທ່ຽວປີນີ້, ບັນດາບໍລິສັດທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ, ການບໍລິການໃໝ່ຂອງນະຄອນ ໂຮ່ຈີມິນ ລ້ວນແຕ່ດຶງດູດຄວາມສົນໃຈ, ຊອກຮູ້ຈາກບັນດາທ້ອງຖິ່ນ ເພື່ອຮ່ວມມືຮັບໃຊ້ລະດູທ່ອງທ່ຽວປີນີ້. ນະຄອນ ໂຮ່ຈີມິນ ມີຫຼາຍລາຍການຮ່ວມສຳພັນກັບບັນດາເຂດໃກ້ຄຽງຄື: ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ບັນດາແຂວງທາງທິດຕາເວັນອອກພາກໃຕ້ຄື: ໄຕນິງ, ດົ່ງນາຍ, ບິ່ງເຢືອງ, ວູງເຕົ່າ. ນອກນັ້ນແມ່ນ “ເຂດ 3 ຫຼ່ຽມທ່ອງທ່ຽວ” ລວມມີ: ນະຄອນ ໂຮ່ຈີມິນ - ເລິມດົ່ງ - ບິ່ງທ້ວນ ກໍ່ຕັ້ງຄວາມຫວັງໄວ້ວ່າຈະດຶງດູດນັກທ່ອງທ່ຽວໃນລະດູແລ້ງປີນີ້”.

ການນຳພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ຢືນຢັນວ່າ, ເລື່ອງນຳຜະລິດຕະພັນໃໝ່ເຂົ້າຮັບໃຊ້ລະດູແລ້ງ, ລະດູທ່ອງທ່ຽວປີນີ້ ແມ່ນທັງດຶງດູດນັກທ່ອງທ່ຽວຢູ່ພາຍໃນປະເທດ, ທັງຊ່ວຍໃຫ້ຂະແໜງທ່ອງທ່ຽວນະຄອນ ໂຮ່ຈີມິນ ຊອກຮູ້ຕະຫຼາດ, ຮັບເອົາຄຳເຫັນຈາກລູກຄ້າ ເພື່ອສ້າງໃຫ້ບັນດາຜະລິດຕະພັນໃໝ່ມີຄວາມສົມບູນກວ່າ ກ່ອນທີ່ນຳມາຮັບໃຊ້ໃນລະດູທ່ອງທ່ຽວຈຸດສູງ ເພື່ອຮັບໃຊ້ນັກທ່ອງທ່ຽວສາກົນ. ຍ້ອນເຫດນັ້ນ, ວຽກງານສ້າງແຜນການ ແລະ ຜັນຂະຫຍາຍບັນດາຜະລິດຕະພັນທ່ອງທ່ຽວໃໝ່ໃນໂອກາດພັກແລ້ງນີ້ໄດ້ຮັບຄວາມສົນໃຈເປັນພິເສດ. ທ່ານ ເລເຈືອງຮ່ຽນຮວ່າ, ຮອງຫົວໜ້າພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ, ເນັ້ນໜັກວ່າ:

ໜຶ່ງໃນບັນດາເປົ້າໝາຍຂອງຂະແໜງທ່ອງທ່ຽວນະຄອນໃນໄລຍະຈະມາເຖິງແມ່ນ ເພີ່ມລາຍຈ່າຍຂອງນັກທ່ອງທ່ຽວ. ເພື່ອເຮັດໄດ້ສິ່ງດັ່ງກ່າວນັ້ນ, ຕ້ອງເພີ່ມທະວີຄຸນນະພາບການບໍລິການ. ຍ້ອນເຫດນັ້ນ, ພວກຂ້າພະເຈົ້າຈຶ່ງໄດ້ແນະນຳບັນດາຜະລິດຕະພັນໃໝ່, ມີລາຍຈ່າຍສູງ, ຕົວຢ່າງຄືຜະລິດຕະພັນກ່ຽວກັບເຮືອບິນເອລີກອບເຕີ ແລະ ເຮືອຢອດ. ກ່ອນທີ່ແນະນຳໃຫ້ນັກທ່ອງທ່ຽວ ພວກຂ້າພະເຈົ້າພ້ອມກັບບັນດາວິສາຫະກິດໄດ້ດຳເນີນການສຳຫຼວດຫຼາຍຄັ້ງ ແລະ ຮຽກຮ້ອງໃຫ້ບັນດາວິສາຫະກິດສະໜອງການບໍລິການຕ້ອງຮັບປະກັນຄຸນນະພາບໃຫ້ດີທີ່ສຸດ”.

ດ້ວຍການກະກຽມຢ່າງລະອຽດ, ຮອບຄອບຖີ່ຖ້ວນ ພ້ອມກັບແຜນການຜັນຂະຫຍາຍຢ່າງຄົບຊຸດນັ້ນ, ລະດູທ່ອງທ່ຽວໃນລະດູແລ້ງປີ 2022 ນີ້ໄດ້ຕັ້ງຄວາມຫວັງໄວ້ວ່າ ຈະຊ່ວຍການເຄື່ອນໄຫວດ້ານການທ່ອງທ່ຽວນະຄອນ ໂຮ່ຈີມິນ ໃຫ້ມີການຟື້ນຟູ ແລ ບຸກທະລຸຢ່າງແຮງ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການຟື້ນຟູ ແລະ ພັດທະນາລວມຂອງພື້ນຖານເສດຖະກິດນະຄອນ ພາຍຫຼັງທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ-19 ເປັນໄລຍະຍາວ./.


top