ຂ່າວສານ

ນະຄອນ ຝູກວັກ ຕ້ອນຮັບແຂກທ່ອງທ່ຽວສາກົນຫຼາຍກວ່າ 19.000 ເທື່ອຄົນ

ໃນເດືອນ ກຸມພາ, ນະຄອນ ຝູກວັກ ໄດ້ຕ້ອນຮັບແຂກທ່ອງທ່ຽວທັງໝົດຫຼາຍກວ່າ 742.000 ເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວສາກົນເກືອບ 19.000 ເທື່ອຄົນ.
    

   (ພາບປະກອບ)  

ໃນເດືອນ ກຸມພາ ໄດ້ຜັນຂະຫຍາຍໄລຍະ 01 ຂອງໂຄງການທົດລອງຕ້ອນຮັບແຂກທ່ອງທ່ຽວສາກົນ ມາທ່ຽວ ຝູກວັກ ດ້ວຍການນຳໃຊ້ໜັງສືຜ່ານແດນວັກຊິນ, ນະຄອນ ຝູກວັກ ໄດ້ຕ້ອນຮັບແຂກທ່ອງທ່ຽວທັງໝົດຫຼາຍກວ່າ 742.000 ເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວສາກົນເກືອບ 19.000 ເທື່ອຄົນ. ທ່ານ ບຸ່ຍກວັກຖ໊າຍ, ຫົວໜ້າພະແນກທ່ອງທ່ຽວແຂວງ ກຽນຢາງ ໃຫ້ຮູ້ວ່າ ທາງພະແນກໄດ້ສະເໜີໃຫ້ຄະນະກຳມະການປະຊາຊົນແຂວງ ພິຈາລະນາເພີ່ມຈຳນວນຫົວໜ່ວຍສະໜອງການບໍລິການຕ້ອນຮັບແຂກທ່ອງທ່ຽວ ເພື່ອເປີດກວ້າງຂອບເຂດຕ້ອນຮັບແຂກທ່ອງທ່ຽວ; ດັດປັບຂັ້ນຕອນການຕ້ອນຮັບແຂກທ່ອງທ່ຽວສາກົນ ທີ່ນຳໃຊ້ໜັງສືຜ່ານແດນວັກຊິນຄືນໃໝ່ ຕາມວິທີເປີດການເຄື່ອນໄຫວທ່ອງທ່ຽວ ຮັບປະກັນຄວາມປອດໄພ, ມີປະສິດທິຜົນ ກໍຄື ຂັ້ນຕອນການຕ້ອນຮັບແຂກທ່ອງທ່ຽວສາກົນ ຮອດວັນທີ 14 ມີນາ ຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.



top