ຂ່າວສານ

ນະຄອນ ຕາມດຽບ ສຳເລັດການກໍ່ສ້າງຊົນນະບົດໃໝ່

      ໃນຕອນຄ່ຳວັນທີ 17 ທັນວາ, ທີ່ນະຄອນ ຕາມດຽບ, ແຂວງ ນີງບີ່ງ, ທ່ານ ເວືອງດີ່ງເຫ້ວ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່, ມອບຂໍ້ຕົກລົງ ຮັບຮອງເອົານະຄອນ ຕາມດຽບ ສຳເລັດໜ້າທີ່ກໍ່ສ້າງຊົນນະບົດໃໝ່ປີ 2017.

ນະຄອນ ຕາມດຽບ ສຳເລັດການກໍ່ສ້າງຊົນນະບົດໃໝ່ 
      4/4 ຕາແສງສັງກັດນະຄອນ ຕາມດຽບ ລ້ວນແຕ່ບັນລຸມາດຕະຖານ ຕາແສງຊົນນະບົດໃໝ່ພາຍຫຼັງ 7 ປີ ທີ່ປະຕິບັດໂຄງການ, ສຳເລັດກ່ອນແຕ່ 3 ເຖິງ 4 ປີ ເມື່ອທຽບໃສ່ແຜນຮ່າງຂອງທ້ອງຖິ່ນ. ນະຄອນ ຕາມດຽບ ສຸມໃສ່ລະດົມ ແລະ ຈັດຕັ້ງການປະສານສົມທົບຢ່າງມີປະສິດທິຜົນບັນດາແຫຼ່ງທຶນເພື່ອລົງທຶນ, ກໍ່ສ້າງ, ຍົກລະດັບລະບົບຄົມມະນາຄົມ, ໄຟຟ້າ, ເສັ້ນທາງ, ໂຮງຮຽນ…, ສ້າງໃບໜ້າໃໝ່ໃຫ້ເຂດຊົນນະບົດ. ການຜະລິດກະສິກຳໄດ້ຫັນປ່ຽນຢ່າງແຮງຕາມທິດຜະລິດສິນຄ້າ, ຍົກສູງຄຸນນະພາບ, ມູນຄ່າຜະລິດຕະພັນ. ຄຸນນະພາບການສຶກສາ, ສາທາລະນະສຸກ, ວັດທະນະທຳສິ່ງແວດລ້ອມນັບມື້ນັບໄດ້ຍົກສູງຂຶ້ນ, ສີສັນວັດທະນະທຳຂອງຊາດໄດ້ຮັບການປົກປັກຮັກສາ ແລະ ນັບມື້ນັບພັດທະນາ.
(ແຫຼ່ງຄັດຈາກ VOV)

top