ຂ່າວສານ

ທ໊າຍບິ່ງ ມີຄວາມສາມາດບົ່ມຊ້ອນ, ກາລະໂອກາດຫຼາຍຢ່າງໃຫ້ແກ່ບັນດານັກລົງທຶນ ສ. ເກົາຫຼີ

ກອງປະຊຸມແມ່ນເຫດການມີຄວາມໝາຍໃນການດຶງດູດ, ເຊື່ອມຕໍ່ບັນດານັກລົງທຶນ ສ. ເກົາຫຼີ ມາສຶກສາຊອກຮູ້ ແລະ ລົງທຶນເຂົ້າແຂວງ ທ໊າຍບິ່ງ.
  ກອງປະຊຸມເຊື່ອມຕໍ່ ທ໊າຍບິ່ງ - ສ. ເກົາຫຼີ (ພາບ:Duy Quang)  

ວັນທີ 6 ກໍລະກົດ, ກະຊວງການຕ່າງປະເທດ ຫວຽດນາມ, ສະຖານທູດ ສ. ເກົາຫຼີ ປະຈຳ ຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ທ໊າຍບິ່ງ ໄດ້ສົມທົບກັນຈັດຕັ້ງກອງປະຊຸມເຊື່ອມຕໍ່ ທ໊າຍບິ່ງ -  ສ. ເກົາຫຼີ. ກອງປະຊຸມແມ່ນເຫດການມີຄວາມໝາຍໃນການດຶງດູດ, ເຊື່ອມຕໍ່ບັນດານັກລົງທຶນ ສ. ເກົາຫຼີ ມາສຶກສາຊອກຮູ້ ແລະ ລົງທຶນເຂົ້າແຂວງ ທ໊າຍບິ່ງ. ນີ້ກໍ່ແມ່ນເຫດການສຳຄັນເພື່ອສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ສ. ເກົາຫຼີ (1992 – 2022).

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຄັກເທີ້ນ, ປະທານຄະນະກຳມະການປະຊາຊົນແຂວງ ທ໊າຍບິ່ງ ເນັ້ນໜັກວ່າ: ສຳລັບແຂວງ ທ໊າຍບິ່ງ, ຍາມໃດ ສ. ເກົາຫຼີ ກໍ່ແມ່ນຄູ່ຮ່ວມມືືທີ່ໜ້າໄວ້ເນື້ອເຊື່ອໃຈ, ສຳຄັນໃນຫຼາຍຂົງເຂດ. ປະຈຸບັນ, ໃນບໍລິເວນແຂວງ ມີ 26 ໂຄງການຂອງບັນດານັກລົງທຶນ ສ. ເກົາຫຼີ ພວມເຄື່ອນໄຫວດ້ວຍຍອດເງິນລົງທຶນຈົດທະບຽນບັນລຸ 128 ລ້ານ USD; ມີນັກລົງທຶນ, ນັກຊ່ຽວຊານ ສ. ເກົາຫຼີ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ແຂວງເກືອບ 100 ຄົນ.

ທ່ານ Park Noh Wan, ເອກອັກຄະລັດຖະທູດ ສ. ເກົາຫຼີ ຕີລາຄາສູງບັນດາຄວາມມານະພະຍາຍາມຕັ້ງໜ້າຂອງແຂວງ ໃນການແກ້ໄຂຄວາມຫຍຸ້ງຍາກຂອງ ວິສາຫະກິດ ສ. ເກົາຫຼີ ແລະ ຖືວ່າແຂວງ ທ໊າຍບິ່ງ ມີເງື່ອນໄຂທີ່ດີຢູ່ແລ້ວ ແລະ ໃນອະນາຄົດ, ເມື່ອບັນດາພື້ນຖານໂຄງລ່າງຄື: ທາງດ່ວນ, ເຂດອຸດສາຫະກຳເຕັກໂນໂລຊີສູງຂະໜາດໃຫຍ່ໄດ້ຮັບການກໍ່ສ້າງສຳເລັດ, ມີແຮງງານຄຸນນະພາບສູງ… ບັນດາບໍລິສັດ ສ. ເກົາຫຼີ ຈະເປີດກ້ວາງການເຂົ້າຮ່ວມຕະຫຼາດ, ລົງທຶນເຂົ້າແຂວງ ທ໊າຍບິ່ງ ຫຼາຍກ່ວາອີກ.


top