ຂ່າວສານ

ທ້ອງຖິ່ນແຫ່ງຕ່າງໆ ຕັ້ງໜ້າປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19

      ນອກຈາກບັນດານະຄອນໃຫຍ່ແລ້ວ, ເລື່ອງປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຍັງໄດ້ຮັບການຈັດຕັ້ງປະຕິບັດຢູ່ທ້ອງຖິ່ນຫຼາຍແຫ່ງຢ່າງຂ້ຽວຂາດ. 

ການເຮັດອະນາໄມຂ້າເຊື້ອຢູ່ຫາຍຟ່ອງ (ພາບ: TTXVN)
          ຢູ່ແຂວງອຽນບ໊າຍ, ທາງແຂວງໄດ້ແຕ່ງຕັ້ງ 7 ຄະນະ ລົງໄປກວດກາວຽກງານປ້ອງກັນ ແລະ ສະກັດກ້ັນໂລກລະບາດໂຄວິດ - 19 ຢູ່ເມືອງ, ນະຄອນແຫ່ງຕ່າງໆໃນທົ່ວບໍລິເວນແຂວງ, ສ້າງແຜນການຈັດຕັ້ງການຝຶກຊ້ອມແຍກຕົວຢູ່ເຂດຊຸມຊົນ; ວຽກງານຄຸມຄ້ອງບໍລິຫານ, ກວດຄົນເຂົ້າບໍລິເວນ ແລະ ຜັນຂະຫຍາຍການສ້າງສໍາເນົາເອກະສານສາທາລະນະສຸກ; ຈັດຕັ້ງການເຮັດອະນາໄມສີດຢາຂ້າເຊື້ອ...
        ສ່ວນຢູ່ແຂວງກວ໋າງນາມ ໄດ້ຕົກລົງຢຸດຕິທຸກການເຄື່ອນໄຫວທີ່ບໍ່ຈໍາເປັນໃນບໍລິເວນແຂວງ ແລະ ທຸກການເຄື່ອນໄຫວທີ່ເຕົ້າໂຮມກັນຫຼາຍຄົນໄວ້ໂດຍຊົ່ວຄາວ. ນອກຈາກນັ້ນ, ທ່ານ ເລຈີ໊ແທັງ ປະທານຄະນະກໍາມະການປະຊາຊົນ ແຂວງກໍໄດ້ປະກາດໃຊ້ຈົດໝາຍທາງການ ວ່າດ້ວຍການສັ່ງປິດປະຕູດ່ານຊາຍແດນທັງໝົດໃນເສັ້ນຊາຍແດນ ຫວຽດນາມ - ລາວ ໂດຍຊົ່ວຄາວ ນັບແຕ່ວັນທີ 28 ມີນາ ຫາວັນທີ 20 ເມສາ.
        ວັນທີ 28 ມີນາ, ຄະນະກໍາມະການປະຊາຊົນນະຄອນດ່າໜັງ ກໍໄດ້ອອກຈົດໝາຍທາງການ ຮຽກຮ້ອງໃຫ້ພະແນກທ່ອງທ່ຽວນະຄອນ ຢຸດຕິບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງການອາບນໍ້າທະເລຢູ່ສະຖານທີ່ຕ່າງໆ ແລະ ຢຸດຕິບໍລິການຝາກລົດຢູ່ແຄມທະເລໃນບໍລິເວນນະຄອນ. 
 (ແຫຼ່ງຄັດຈາກ VOV)


top