ຂ່າວສານ

ທ້ອງຖິ່ນຕ່າງໆຕ້ອນຮັບນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດນັບໝື່ນເທື່ອຄົນໃນໂອກາດວັນຊາດ 02 ກັນຍາ

      ເນື່ອງໃນໂອກາດວັນຊາດ 02 ກັນຍາ, ຈຳນວນນັກທ່ອງທ່ຽວມາຢ້ຽມຢາມແຂວງກວາງນິງ ແລະ ຢ້ຽມຊົມອ່າວຫ້າລອງ ໄດ້ເພີ່ມຂຶ້ນຢ່າງແຮງ.

(ພາບປະກອບ)
      ໃນລະຫວ່າງວັນທີ 30 ສິງຫາ ຫາວັນທີ 02 ກັນຍາ, ແຂວງກວາງນິງໄດ້ຕ້ອນຮັບນັກທ່ອງທ່ຽວປະມານ 25.000 ເທື່ອຄົນ, ໃນນັ້ນມີນັກທ່ອງທ່ຽວຕ່າງປະເທດແມ່ນກວ່າ 10.000 ເທື່ອຄົນ.
        ຕາມພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວແຂວງ ເກີນເທີ ແລ້ວ, ໃນໂອກາດວັນຊາດທີ 02 ກັນຍາ, ນະຄອນເກີນເທີ ໄດ້ຕ້ອນຮັບນັກທ່ອງທ່ຽວປະມານ 76.000 ເທື່ອຄົນ, ເພີ່ມຂຶ້ນ 60% ເມື່ອທຽບໃສ່ປີ 2016.
        ແລະກໍໃນໂອກາດນີ້, ຢູ່ແຂວງກວາງນາມ, ກໍ່ໄດ້ຕ້ອນຮັບນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ມາຢ້ຽມຢາມເປັນຈຳນວນຫຼວງຫຼາຍ ຊິ່ງໄດ້ເພີ່ມຂຶ້ນທົບຫຼາຍເທົ່າ.
 (ແຫຼ່ງຄັດຈາກ VOV)
 
 

top