ຂ່າວສານ

ທ້ອງຖິ່ນຕ່າງໆຂອງ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ທ່ານເລຂາຄະນະພັກແຂວງ ທາຍງວຽນ ຫງວຽນແທງຫາຍ ປາດຖະໜາວ່າ ທ່ານນາງຮອງປະທານສະພາແຫ່ງຊາດ ລາວ ຈະສືບຕໍ່ໜູນຊ່ວຍແຂວງ ທາຍງວຽນ ເປີດກວ້າງການເຊື່ອມຕໍ່, ເປີດກວ້າງການຮ່ວມມືກັບບັນດາແຂວງຂອງ ລາວ ໃນທຸກຂົງເຂດ
  ທ່ານນາງຮອງປະທານສະພາແຫ່ງຊາດ ສູນທອນ ໄຊຍະຈັກ ທີ່ການເຮັດວຽກ (ພາບ: TTXVN)  

ວັນທີ 20 ກໍລະກົດ, ຄະນະຜູ້ແທນສະພາແຫ່ງຊາດ ລາວ ນຳໂດຍທ່ານນາງ ສູນທອນ ໄຊຍະຈັກ, ຮອງປະທານສະແຫ່ງຊາດ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ລາວ - ຫວຽດນາມ ເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ທາຍງວຽນ.

ທີ່ການເຮັດວຽກ, ທ່ານນາງເລຂາຄະນະພັກແຂວງ ທາຍງວຽນ ຫງວຽນແທງຫາຍ ປາດຖະໜາວ່າ ທ່ານນາງຮອງປະທານສະພາແຫ່ງຊາດ ລາວ ຈະສືບຕໍ່ໜູນຊ່ວຍແຂວງ ທາຍງວຽນ ເປີດກວ້າງການເຊື່ອມຕໍ່, ເປີດກວ້າງການຮ່ວມມືກັບບັນດາແຂວງຂອງ ລາວ ໃນທຸກຂົງເຂດ, ພິເສດແມ່ນດ້ານການສຶກສາ, ບຳລຸງສ້າງ ແລະ ການພັດທະນາເສດຖະກິດ.

ສ່ວນທ່ານນາງຮອງປະທານສະພາແຫ່ງຊາດ ສູນທອນ ໄຊຍະຈັກ, ຕີລາຄາສູງຜົນງານໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງ ກໍຄືການຮ່ວມມືຮອບດ້ານໃນຫຼາຍຂົງເຂດລະຫວ່າງແຂວງ ທາຍງວຽນ ແລະ ບັນດາແຂວງຂອງ ລາວ, ພິເສດແມ່ນການໜູນຊ່ວຍຢ່າງທັນການ, ມີປະສິດທິຜົນຂອງແຂວງ ທາຍງວຽນ ສຳລັບບັນດາແຂວງຂອງ ລາວ ໃນໄລຍະຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ -19.

ໃນລາຍການເຮັດວຽກຢູ່ແຂວງ ທາຍງວຽນ, ຄະນະຜູ້ແທນສະພາແຫ່ງຊາດ ລາວ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ມະຫາວິທະຍາໄລການຢາ ທາຍງວຽນ; ຢ້ຽມຢາມເຂດປູກຕົ້ນຊາເອກະລັກ ເຕິນເກືອງ.


top