ຂ່າວສານ

ທ່​ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ພໍ່​ແມ່​ພີ່​ນ້ອງ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ດີ​ເດັ່ນ

ຕອນບ່າຍວັນທີ 14 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບຄະນະຜູ້ແທນຊາວຫວຽດນາມອາໄສຢູ່ຕ່າງປະເທດ ດີເດັ່ນເນື່ອງໃນໂອກາດບຸນເຕັດປີແມວ 2023.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບພໍ່ແມ່ພີ່ນ້ອງຊາວຫວຽດນາມອາໄສຢູ່ຕ່າງປະເທດດີເດັ່ນ (ພາບ: TTXVN)  

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ, ສູ້ຊົນ ແລະ ສະແດງຄວາມຂອບໃຈຕໍ່ການປະກອບສ່ວນຢ່າງມີປະສິດທິຜົນ, ເຕັມໄປດ້ວຍນ້ຳໃຈຄວາມຮັບຜິດຊອບຂອງພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກ່ວາ 5,3 ລ້ານຄົນ ໃນຊຸມປີຜ່ານມາ, ປະກອບສ່ວນສຳຄັນເຂົ້າຜົນສຳເລັດໃນການພັດທະນາລວມຂອງທ່ົວປະເທດ ໃນຊຸມປີຜ່ານມາ.

ທີ່ການຕ້ອນຮັບ, ທ່ານນາຍົລັດຖະມົນຕີກໍ່ໄດ້ແຈ້ງໃຫ້ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮັບຊາບກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ຢູ່ພາຍໃນປະເທດ ແລະ ປາດຖະໜາຢາກເສີມຂະກຍາຍກຳລັງສັງລວມຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ໃນນັ້ນມີການປະກອບສ່ວນ, ແບ່ງປັນ, ເຂົ້າຮ່ວມຢ່າງຕັ້ງໜ້າຂອງພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນແຫຼ່ງກຳລັງສຳຄັນທີ່ສຸດ.

 


top