ປັດຈຸບັນ, ງານບຸນວັດ ເກີ່ນ ຢູ່ຄຸ້ມ ກວິ່ງມາຍ ແມ່ນໜຶ່ງ ໃນບັນດາງານ ບຸນ ທີ່ໃຫຍ່, ມີເອກະລັກ ແລະ ເຕັມໄປ ດ້ວຍສີສັນທາງ ວັດທະນະທຳ ທີ່ສຸດຂອງ ແຂວງ ເງ້ອານ. ນີ້ແມ່ນງານບຸນທີ່ມີຄຸນຄ່າສູງທາງດ້ານ ປະຫວັດສາດ-ວັດທະນະທຳ ແລະ ໄດ້ຮັບການບັນຈຸເຂົ້າໃນບັນຊີລາຍ ຊື່ມໍລະດົກທາງວັດທະນະທຳ ທ່ີເປັນນາມມະທຳ ລະດັບຊາດ.
ປັດຈຸບັນ, ງານບຸນວັດ ເກີ່ນ ຢູ່ຄຸ້ມ ກວິ່ງມາຍ ແມ່ນໜຶ່ງ ໃນບັນດາງານ ບຸນ ທີ່ໃຫຍ່, ມີເອກະລັກ ແລະ ເຕັມໄປ ດ້ວຍສີສັນທາງ ວັດທະນະທຳ ທີ່ສຸດຂອງ ແຂວງ ເງ້ອານ. ນີ້ແມ່ນງານບຸນທີ່ມີຄຸນຄ່າສູງທາງດ້ານ ປະຫວັດສາດ-ວັດທະນະທຳ ແລະ ໄດ້ຮັບການບັນຈຸເຂົ້າໃນບັນຊີລາຍ ຊື່ມໍລະດົກທາງວັດທະນະທຳ ທ່ີເປັນນາມມະທຳ ລະດັບຊາດ.
ປະຊາຊົນ ແລະ ນັກທ່ອງທ່ຽວຈາກທົ່ວທຸກ ສາລະທິດໄດ້ເຂົ້າຮ່ວມພິທີຂໍພອນຈາກປາ, ຂໍໃຫ້ ປີໃໝ່ຟ້າຝົນເປັນໃຈ, ທະເລສະຫງົບ, ໄດ້ປາເຕັມ ລໍາເຮືອ, ຊາວປະມົງອອກທະເລຢ່າງປອດໄພ. ພາບ: ເຈິ່ນເຍິນກວ່ຽນ
ພິທີຈູດເຮືອມັງກອນເປັນເຈ້ຍເພື່ອບູຊາບັນດາເທວະດາຟ້າແຖນ ໃນງານບຸນ ເກົ່າງື (ພິທີຂໍພອນຈາກປາ). ພາບ: ເຈິ່ນເຍິນກວ່ຽນ
ງານບຸນວັດ ເກີ່ນ ແມ່ນໜຶ່ງໃນບັນດາງານບຸນ ທີ່ເກົ່າແກ່ ທີ່ສຸດ ໃນດິນ ແດນ ເງ້ອານ. ອີງຕາມເອກະສານ ທາງ ປະຫວັດສາດ, ວັດ ເກີ່ນ ໄດ້ຮັບ ການສ້າງ ແລະ ອຸປະຖຳ ການບູລະນະປະຕິສັງຂອນ ລວມທັງການ ຈັດພິທີກຳ ຕ່າງໆ ຕັ້ງແຕ່ສະໄໝກະສັດ ເຈິ່ນແອງຕົງ (ປີ 1312) ແລະ ຄົງ ຕົວມາຮອດປັດຈຸບັນ ເປັນເວລາ ກວ່າ 800 ປີ.
ການແຫ່ສ່ຽງກ່ຽວ ໃນຮີດຄອງການແລ່ນອ໋ອຍ ຢູ່ບຸນວັດ ເກີ່ນ. ພາບ: ເຈິ່ນເຍິນກວ່ຽນ
ພິທີກໍາ “ແລ່ນອ໋ອຍ” (ຮາກ)-ເປັນລາຍການ ສະແດງທີ່ເປັນເອກະລັກສະເພາະໃນບຸນວັດ ເກີ່ນ ປະຈໍາປີ. ພາບ: ເຈິ່ນເຍິນກວ່ຽນ
ງານບຸນວັດ ເກີ່ນ ໄດ້ຈັດຂຶ້ນເປັນເວລາ 1 ເດືອນເຕັມ, ເລີ່ມແຕ່ ເດືອນ 12 ຕາມປະຕິທິນຈັນທະຄະຕິ ຂອງປີກ່ອນ ແລະ ສິ້ນສຸດ ໃນເດືອນ 1 ຂອງ ປີຖັດໄປ. ບັນດາກິດຈະກຳການສະແດງ ໃນງານບຸນ ເຊັ່ນ: ການ ແຂ່ງຂັນຊ່ວງເຮືອ, ການແລ່ນ “ອ໋ອຍ (ຮາກ)”... ລ້ວນແຕ່ແມ່ນການສະ ແດງ ສິລະປະພື້ນເມືອງ ທີ່ສະທ້ອນໃຫ້ເຫັນເຖິງ ລັກສະນະພິເສດ ທາງ ດ້ານ ອາຊີບ ຂອງ ຊາວປະມົງ ໃນເຂດຊາຍຝັ່ງທະເລ, ທັງແມ່ນກິດຈະ ກຳ ເພື່ອຫວນ ຄືນປະຫວັດສາດ ແລະ ຂະບວນການຕໍ່ສູ້ ຕ້ານສັດຕູຜູ້ ຮຸກຮານຈາກພາຍນອກ ຂອງກອງທັບ ແລະ ປະຊາຊົນລາຊະວົງ ເຈິ່ນ ໃນການຕໍ່ສູ້ ຕ້ານພວກ ຫງວຽນມົງ ແລະ ການເຄື່ອນທັບລົງພາກໃຕ້ ເພື່ອຕໍ່ສູ້ກັບສັດຕູ ຈຽມແທ່ງ.
ງານບຸນວັດເກີ່ນ ໄດ້ຮັບການປຽບທຽບຄືກັບ ຫໍພິພິທະພັນ ທີ່ມີຊີວິດຊີວາ ຂອງຊົນເຜົ່າ, ເຊິ່ງແມ່ນສະຖານທີ່ອະນຸລັກສີສັນວັດທະນະທຳ. ພາບ: ເຈິ່ນເຍິນກວ່ຽນ
ບຸນວັດ ເກີ່ນ ຕິດພັນກັບຄວາມເຊື່ອຖືບູຊາ ເທບພະເຈົ້າແຫ່ງທະເລ-ເທບພະເຈົ້າທີ່ໄດ້ຮັບການ ບູຊາຢ່າງແຜ່ຫຼາຍຢູ່ເຂດ ເງະອານ ແມ່ນການສະແດງ ໃຫ້ເຫັນເອກະລັກວັດທະນະທໍາທາງດ້ານຈິດວິນຍານຂອງເຂດແຄມທະເລ ແຂວງ ເງະອານ. ພາບ: ເຈິ່ນເຍິນກວ່ຽນ
ເມື່ອສຶກສາ ກ່ຽວກັບງານບຸນວັດ ເກີ່ນ, ພວກເຮົາຈະເຫັນ ໄດ້ເຖິງຈຸດພິ ເສດທາງດ້ານແນວຄິດ ແລະ ຄວາມເຊື່ອຖື ຂອງປະຊາຊົນ ໃນສະໄໝ ກ່ອນ. ງານບຸນນີ້ ກຳເນີດຂຶ້ນພ້ອມກັບຄວາມເຊື່ອ ໃນການບູຊາເທບ ພະເຈົ້າ ແຫ່ງສາຍນ້ຳ ຂອງ ປະຊາຊົນເຂດຊາຍຝັ່ງທະເລ ທີ່ຕິດພັນ ກັບ ອາຊີບຫາປາ. ຄວາມເຊື່ອຖືບູຊາ ເທບພະເຈົ້າ ແຫ່ງສາຍນ້ຳ ໄດ້ຕິດພັນ ກັບສັງຄົມ ກະສິກຳ, ທັງຕິດພັນກັບຄວາມມຸ່ງຫວັງທີ່ ຈະໄດ້ຮັບ ການປົກ ປັກຮັກສາ ແລະ ຄຸ້ມຄອງ ຂອງຜູ້ທີ່ທຳມາຫາກິນ ຢູ່ເຂດແມ່ນ້ຳລຳເຊ ແລະ ທ້ອງທະເລ ໃນເວລາອອກຫາປາ.
ງານບຸນວັດເກີ່ນ ໄດ້ຮັບການປຽບທຽບຄືກັບ ຫໍພິພິທະພັນ ທີ່ມີຊີວິດຊີວາ ຂອງຊົນເຜົ່າ, ເຊິ່ງແມ່ນສະຖານທີ່ອະນຸລັກສີສັນວັດທະນະທຳ. ພາບ: ເຈິ່ນເຍິນກວ່ຽນ
ງານບຸນວັດ ເກີ່ນ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງ ຄວາມອຸດົມສົມບູນ ຂອງ ຊີວິດການເປັນຢູ່ດ້ານ ວັດທະນະທຳ ທາງໃຈ ຂອງປະຊາຊົນ ໃນ ເຂດນີ້ ເທົ່ານັ້ນ, ແຕ່ຍັງສະທ້ອນ ໃຫ້ເຫັນສ່ວນໜຶ່ງຂອງ ປະຫວັດສາດ ທາງດ້ານແນວຄິດ ແລະ ວັດທະນະທຳ ດັ້ງເດີມຂອງ ຫວຽດນາມ ອີກ ດ້ວຍ./.
ບົດ ແລະ ພາບ: ເຈິ່ນເຍິນກວ່ຽນ - ແປໂດຍ: ຢືຟຽນ