ຂ່າວສານ

ທ່າ​ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມກວາງ​ຫ້ຽວ ສົ່ງ​ຈົດ​ໝາຍອວຍ​ພອນ​ບຸນ​ເຕັດ​ປີແມວ 2023 ໄປ​ຍັງ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ

ວັນທີ 19 ມັງກອນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຫ້ຽວ, ຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສົ່ງຈົດໝາຍອວຍພອນບຸນເຕັດປີແມວ 2023 ໄປຍັງພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
  ທ່ານຮອງລັດຖະມົນຕີການຕ່າງປະເທດ ຟ້າມກວາງຫ້ຽວ (ພາບ: TTXVN)  
ໃນຈົດໝາຍ, ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ໄດ້ເນັ້ນໜັກວ່າ ພໍ່ແມ່ພີ່ນ້ອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ແຕ່ລະຄົນ ໄດ້ ແລະ ພວມກາຍເປັນ “ທູດປະຊາຊົນຄົນໜຶ່ງ” ເພື່ອແນໃສ່ໂຄສະນາ ແລະ ແມ່ນຂົວເຊື່ອມຕໍ່ສຳຄັນ, ປະກອບສ່ວນນຳຫວຽດນາມ ອອກສູ່ໂລກ ແລະ ນຳໂລກມາໃຫ້ຫວຽດນາມ. ໄລຍະຈະມາເຖິງ, ກະຊວງການຕ່າງປະເທດ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ກັບບັນດາອົງການສຳຄັນ ແລະ ຕ່າງປະເທດ ເພື່ອແນໃສ່ເອົາໃຈໃສ່, ໜູນຊ່ວຍພໍ່ແມ່ປະຊາຊົນທີ່ມີທີ່ຕັ້ງທາງດ້ານນິຕິກຳທີ່ໝັ້ນແກ່ນ ແລະ ເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບມີສະຖຽນລະພາບ, ພັດທະນາ, ມີການເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນຢ່າງເລິກເຊິ່ງກວ້າງຂວາງ, ພ້ອມທັງສ້າງເງື່ອນໄຂສະດວກເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມຜູກພັນກັບບ້ານເກີດເມືອງນອນ, ປະເທດຊາດ. ທ່ານຮອງລັດຖະມົນຕີ ເຊື່ອໝັ້ນວ່າ ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ ກ່ວາ 5,3 ລ້ານຄົນ ຈະຮ່ວມແຮງຮ່ວມໃຈ ສ້າງປະຊາຄົມໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ປະກອບສ່ວນນຳ ຫວຽດນາມ ກາຍເປັນປະເທດເຂັ້ມແຂງກ້າວໜ້າ, ວັດທະນາຖາວອນ, ຮຽງບ່າຮຽງໄຫຼ່ກັບບັນດາປະເທດມະຫາອຳນາດໃນໂລກ.

top