ຂ່າວສານ

ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກຳ​ປູ​ເຈຍ ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 19 ກຸມພາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະພະນັກງານຂັ້ນສູງ ລາຊະອານາຈັກ ກຳປູເຈຍ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
  ພິທີຕ້ອນຮັບ (ພາບ: TTXVN)  

ທີ່ການພົບປະເຈລະຈາທີ່ໄດ້ດຳເນີນພາຍຫຼັງພິທີຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ແລະ ທ່ານພົນເອກ Tea Banh ໄດ້ເປັນເອກະພາບໂດຍຕີລາຄາວ່າ, ປີ 2022 ຜ່ານມາ ແມ່ນປີທີ່ມີຄວາມໝາຍພິເສດ ສຳລັບການພົວພັນລະຫວ່າງສອງປະເທດ, ໂດຍການນຳຂັ້ນສູງສອງປະເທດໄດ້ກຳນົດວ່າ ເປັນ “ປີມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ” ດ້ວຍການເຄື່ອນໄຫວຫຼາຍຢ່າງຖືກຈັດຂຶ້ນຢູ່ທັງສອງປະເທດ.

ທ່ານພົນເອກ ຟານວັນຢາງ ແລະ ທ່ານພົນເອກ Tea Banh ໄດ້ເອກະພາບກັນຕໍ່ເນື້ອໃນແຜນການຮ່ວມມືດ້ານປ້ອງກັນຊາດໃນປີ 2023, ເຊິ່ງລວມມີ: ເພີ່ມທະວີການຮ່ວມມືແລກປ່ຽນຂໍ້ມູນຂ່າວສານ, ສະພາບການ, ສົມທົບກັນລາດຕະເວນ, ຄວບຄຸມປົກປັກຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດດິນຕໍ່ແຜ່ນ ແລະ ທະເລ; ສ້າງແຜນການໂຄສະນາເຜີຍແຜ່ໄລຍະຍາວ ກ່ຽວກັບການພົວພັນສາມັກຄີ, ອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ລັດຖະບານ, ປະຊາຊົນ ແລະ ກອງທັບສອງປະເທດ; ຜັນຂະຫຍາຍການເຄື່ອນໄຫວຮ່ວມມືໃນບັນດາເນື້ອໃນທີ່ກ່ຽວຂ້ອງ ໃນປີ ອາຊຽນ ເປັນເຈົ້າພາບຈັດງານມະຫາກຳກິລາ ຊີເກມ 32 ແລະ ອາຊຽນ ປາຣາເກມ ຄັ້ງທີ 12...

ສິ້ນສຸດການພົບປະເຈລະຈາ, ທ່ານພົນເອກ ຟານວັນຢາງ ແລະ ທ່ານພົນເອກ Tea Banh ໄດ້ລົງນາມໃນແຜນການຮ່ວມມືປີ 2023 ແລະ ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງ ກະຊວງປ້ອງກັນປະເທດ ຫວຽດນາມ ກັບ ກະຊວງປ້ອງກັນປະເທດ ກໍາປູເຈຍ ກ່ຽວກັບການຮ່ວມມືໃນຂົງເຂດກົດໝາຍການທະຫານ, ການປ້ອງກັນຊາດ. 

 


top