ຂ່າວສານ

ທ່າອ່ຽງຟື້ນຟູພື້ນຖານເສດຖະກິດ ຫວຽດນາມ ນັບມື້ນັບຈະແຈ້ງ

ວັນທີ 29 ມີນາ, ກົມໃຫຍ່ສະຖິຕິ ຫວຽດນາມ (ກະຊວງແຜນການ ແລະ ການລົງທຶນ) ໄດ້ປະກາດຕົວເລກການເຕີບໂຕ GDP ໃນ 3 ເດືອນຕົ້ນປີ 2022. ຕາມນັ້ນແລ້ວ, ການເຕີບໂຕ GDP ໄດ້ລື່ນກາຍຄາດໝາຍ 5% ແລະ ຄ່ອຍໆເພີ່ມຂຶ້ນໃນແຕ່ລະໄຕມາດ. ສິ່ງນີ້ສະແດງໃຫ້ເຫັນວ່າ ພື້ນຖານເສດຖະກິດ ຫວຽດນາມ ພວມຢູ່ໃນທ່າຟື້ນຟູ ແລະ ແມ່ນຄວາມມານະພະຍາຍາມຂອງທົ່ວລະບົບການເມືອງ ເພື່ອໃຫ້ເສດຖະກິດບໍ່ພາດຈັ່ງຫວະກັບທ່າຟື້ນຟູ ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ.
  ການຖະແຫຼງຂ່າວປະກາດຕົວເລກສະຖິຕິເສດຖະກິດ - ສັງຄົມໄຕມາດ I ປີ 2022 (ພາບ: TTXVN)  

 ສິ້ນສຸດການສະຫຼຸບສະຖິຕິໄຕມາດທີ I/2022, ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງ ຫວຽດນາມ ເພີ່ມຂຶ້ນ 5,03%ເມື່ອທຽບໃສ່ກັບໄລຍະດຽວກັນຂອງ 2 ປີຜ່ານມາ. ຕົວເລກນີ້ກໍ່ສະແດງໃຫ້ເຫັນວ່າ ທ່າອ່ຽງຟື້ນຟູ ຂອງ ພື້ນຖານເສດຖະກິດພາຍຫຼັງຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ມາເປັນ 2 ປີມີຄວາມຕັ້ງໜ້າກ່ວາ.

ພື້ນຖານເສດຖະກິດມີກຳລັງຄວາມສາມາດຟື້ນຟູໂດຍໄວ

ການເຄື່ອນໄຫວຜະລິດດຳເນີນທຸລະກິດສືບຕໍ່ໄດ້ຮັບການຟື້ນຟູຢ່າງແຮງ. ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນອັດຕາການເຕີບໂຕຂອງ GDP ໄຕມາດ I ແມ່ນເຂົ້າເຂດອຸດສາຫະກຳ ແລະ ກໍ່ສ້າງ. ໃນນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງປະດິດສ້າງ ສືບຕໍ່ແມ່ນກຳລັງໜູນນຳພາການເຕີບໂຕຂອງພື້ນຖານເສດຖະກິດດ້ວຍລະດັບເພີ່ມຂຶ້ນເກືອບ 7,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ພົ້ນເດັ່ນທີ່ສຸດແມ່ນ ຂະແໜງຕ່ຳແຜ່ນຕັດຫຍີບ. ທ່ານນາງ ຟີທິເຟືອງງາ, ຮອງຫົວໜ້າກົມສະຖິຕິອຸດສາຫະກຳ ແລະ ກໍ່ສ້າງໃຫ້ຮູ້ວ່າ:

ກຸ່ມຂະແໜງຜະລິດເຄື່ອງນຸ່ງຫົ່ມໄດ້ເພີ່ມຂຶ້ນເຖິງ 21,4% ເມື່ອທຽບໃສ່ກັບໄລຍະດຽວກັນ ແລະ ນີ້ກໍ່ແມ່ນລະດັບການເຕີບໂຕສູງທີ່ສຸດໃນຂົງເຂດປຸງແຕ່ງປະດິດສ້າງ.

ສິ່ງທີ່ເປັນໜ້າສົນໃຈ, ນັ້ນແມ່ນຂົງເຂດການບໍລິການໃນໄຕມາດທີ I ປີ 2022 ມີການເຕີບໂຕທີ່ດີ ເມື່ອຫຼາຍມີການບໍລິການ ໄດ້ກັບຄືນເຄື່ອນໄຫວຢ່າງຟົດຟື້ນ. ການປະກອບສ່ວນຂອງບາງຂະແໜງການບໍລິການ, ຕະຫຼາດມີອັດຕາສ່ວນສູງເຂົ້າໃນລະດັບເພີ່ມຂອງຍອດມູນຄ່າເພີ່ມຕື່ມອີກໃນໄຕມາດທີ I ປີ 2022 ຄື: ການເຄື່ອນໄຫວດ້ານການເງິນ, ທະນາຄານ ແລະ ປະກັນໄພ, ຂະແໜງການຂົນສົ່ງ, ຄັງສາງ, ຂະແໜງຂາຍົກ ແລະ ຂາຍຍ່ອຍ.

ການສົ່ງອອກໃນໄຕມາດທີ I 2022  ໄດ້ສ້າງຂີດໝາຍດ້ວຍ ສິນຄ້າສົ່ງອອກ 15 ປະເພດ ບັນລຸກ່ວາ 1 ຕື້ USD. ສິ່ງນີ້ສະແດງໃຫ້ເຫັນຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຍ້ອນການຂາດຕອນຂອງລະບົບສະໜອງ, ຄ່າໃຊ້ຈ່າຍໃນການຂົນສົ່ງ ແລະ ຄ່າໃຊ້ຈ່າຍ Logistic ຢູ່ລະດັບສູງໃນທົ່ວໂລກ. ມີຫຼາຍຂະແໜງສິນຄ້າສົ່ງອອກໃຫຍ່ມີການສັ່ງຊື້ເຕັມແລ້ວ. ໄລ່ລວມໄຕມາດທີ I ປີ 2022, ດູນການຄ້າສິນຄ້າ ຄາດຄະເນການສົ່ງອອກເກີນດູນແມ່ນ 800 ລ້ານ USD.

ໃນຂະນະນັ້ນ,ດ້ວຍລະດັບເພີ່ມດັດະນີລາຄາໃຊ້ສວຍ(CPI)ໄຕມາດທີ I ແມ່ນຕ່ຳພໍສົມຄວນ (1,92%). ຫວຽດນາມ ໄດ້ຜ່ານຜ່າ ການເໜັງຕິງລາຄາໃນພາກພື້ນ ແລະ ໃນໂລກ.ເຖິງວ່າ ໄພເງິນເຟີ້ມີຄວາມກົດດັນ ແຕ່ ມັນຍັງໄດ້ຮັບການຄວບຄຸມຢູ່ລະດັບຕ່ຳກ່ວາລະດັບສະເລ່ຍຂອງໄລຍະ 2017 – 2020. ທ່ານນາງ ຫງວຽນທິທູແອວງ, ຫົວໜ້າກົມສະຖິຕິດ້ານລາຄາ ຖືວ່າ:

ທັນຍາຫານ, ອາຫານຂອງ ຫວຽດນາມ ກວມເອົາປະມານ 28%ໃນບັນດາປະເພດສິນຄ້າ. ການສະໜອງຜະລິດຕະພັນທັນຍະຫານ, ອາຫານຂອງ ຫວຽດນາມ ຍາມໃດກໍ່ໄດ້ຮັບປະກັນ. ແຫຼ່ງສະໜອງຂອງ ພວກເຮົາໃຫ້ແກ່ປະເພດສິນຄ້າຈຳເປັນ, ໃຫ້ແກ່ທັນຍາຫານ, ອາຫານແມ່ນອຸດົມສົມບູນ ແລະ ມັນສາມາດຕອບສະໜອງຄວາມຕ້ອງການຂອງປະຊາຊົນ ດັ່ງນັ້ນລາຄາໄດ້ຮັກສາເປັນປົກກະຕິໂດຍພື້ນຖານໃນໄລຍະຜ່ານມາ.

ຕາມທ່ານ ບູຍແອັງຕວັນ ຫົວໜ້າກົມຄຸ້ມຄອງການຈົດທະບຽນການດຳເນີນທຸລະກິດ (ກະຊວງແຜນການ ແລະ ການລົງທຶນ) ແລ້ວ, ບັນດາການເຄື່ອນໄຫວດຳເນີນທຸລະກິດ ພວມກັບມາຄືນເຄື່ອນໄຫວເປັນປົກກະຕິ. ພົ້ນເດັ່ນແມ່ນມີຈຳນວນວິສາຫະກິດກ່ວາ 60.000 ແຫ່ງ ໄດ້ເຂົ້າຮ່ວມ ແລະ ເຄື່ອນໄຫວຄືນໃໝ່ຢູ່ຕະຫຼາດ. ນີ້ແມ່ນຕົວເລກບັນລຸລະດັບສະຖິຕິກ່ຽວກັບວິສາຫະກິດເຂົ້າຮ່ວມ ແລະ ເຄື່ອນໄຫວຄືນໃໝ່ຢູ່ຕະຫຼາດໃນໄຕມາດທີ I ແຕ່ກ່ອນມາຮອດປັດຈຸບັນ, ເພີ່ມຂຶ້ນ 36,7% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2021.

ໝາກຜົນຈາກການຮ່ວມແຮງຮ່ວມໃຈຜ່ານຜ່າຄວາມຫຍຸ້ງຍາກ

ໃນສະພາບເສດຖະກິດຂອງຫວຽດນາມ, ມີຜົນກະທົບບໍ່ແມ່ນໜ້ອຍຈາກມາດຕະການໜູນຊ່ວຍວິສາຫະກິດຟື້ນຟູ ແລະ ພັດທະນາຂອງໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມສົກປີ 2022 – 2023 ເຊິ່ງ ລັດຖະບານພວມຮີບເຮັ່ງປະຕິບັດ. ຕາມການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ແລ້ວ, ສ່ວນຫຼາຍບັນດາມາດຕະການນີ້ຈະສ້າງລະບຽບການດ້ານນິຕິກຳໃຫ້ສົມບູນແບບຄື: ບ້ວງເງິນໜູນຊ່ວຍຄ່າດອກເບ້ຍ 2%, ບ້ວງເງິນຕໍ່ກຳນົດເວລາເສຍພາສີອາກອນ, ຄ່າທຳນຽມບາງປະເພດ... ເຊິ່ງໄດ້ຮັບການປະຕິບັດພາຍຫຼັງວັນປະກາດໃຊ້ຢ່າງທັນທີ. ການປະຕິບັດຕາມລັກສະນະເປັນເອກະພາບໃນບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢູ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ກໍ່ຈະແຈ້ງທີ່ສຸດ. ບັນດາປັດໄຈນີ້ແມ່ນເງື່ອນໄຂສະດວກ, ເພີ່ມກຳລັງແຮງໃຫ້ແກ່ວິສາຫະກິດ, ປະຊາຊົນ. ທ່ານ ຫງວຽນບິກເລິມ ນັກຊ່ຽວຊານດ້ານເສດຖະກິດຕີລາຄາວ່າ:

ກ່ຽວກັບນະໂຍບາຍ, ບັນດາກະຊວງ, ຂະແໜງການ, ລັດຖະບານໄດ້ຮີບເຮັ່ງສ້າງບັນດານະໂຍບາຍທີ່ເໝາະສົມ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້ ແລະ ຊຸກຍູ້ການເຕີບໂຕ. ຍົກຕົວຢ່າງຄື, ໃນໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ, ບັນດາບ້ວງເງິນໜູນຊ່ວຍເສດຖະກິດ, ໜູນຊ່ວຍວິສາຫະກິດແມ່ນດີທີ່ສຸດຄື: ບ້ວງເງິນໜູນຊ່ວຍຄ່າເບ້ຍ 2% ໃຫ້ແກ່ວິສາຫະກິດ. ເຖິງຢ່າງໃດກໍ່ຕາມ, ບັນດານະໂຍບາຍນັ້ນ ຕ້ອງໄດ້ປະຕິບັດຢ່າງມີໄຫວພິບໂດຍດ່ວນໃນສະພາບການໃໝ່. ພວກເຮົາໄດ້ຫຼຸດຜ່ອນອາກອນVAT ລົງ 2%, ແມ່ນດີຫຼາຍແລ້ວ ແຕ່ຕ້ອງມີຫຼາຍມາດຕະການຕື່ມອີກເພື່ອກະຕຸ້ນຄວາມຕ້ອງການຍູ່ພາຍໃນປະເທດ.

ພາຍຫຼັງຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ມາເປັນ 2 ປີ, ເສດຖະກິດ ຫວຽດນາມ ພວມກັບຄືນສູ່ທ່າເຕີບໂຕ. ນີ້ແມ່ນກຳລັງໜູນເພື່ອໃຫ້ບັນດາກະຊວງ, ຂະແໜງການ, ປະຊາຄົມວິສາຫະກິດ ແລະ ປະຊາຊົນສືບຕໍ່ຜ່ານຜ່າສິ່ງທ້າທາຍໃນໄລຍະຈະມາເຖິງ, ນຳພື້ນເສດຖະກິດຂອງປະເທດຊາດພັດທະນາ.



top