ຂ່າວສານ

ທ່ານ​​ນາງຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວ​ໍ​ທິ​ແອັງ​ຊວັນ ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຕັ້ງໜ້າແລກປ່ຽນ, ສົມທົບກັນເພື່ອແນໃສ່ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ທະເລຕາເວັນອອກ, ປະຕິບັດ DOC ແລະ ຊຸກຍູ້ການບັນລຸໄດ້ COCໂດຍໄວ.

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຕັ້ງໜ້າແລກປ່ຽນ, ສົມທົບກັນເພື່ອແນໃສ່ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ທະເລຕາເວັນອອກ, ປະຕິບັດ DOC ແລະ ຊຸກຍູ້ການບັນລຸໄດ້ COCໂດຍໄວ.

    

ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ເຂົ້າຮ່ວມພິທີສາບານຕົວເຂົ້າຮັບດຳລົງຕຳແໜ່ງປະທານາທິບໍດີ ຟີລິບປິນ (ພາບ: TTXVN)

ວັນທີ 30 ມິຖຸນາ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ຕາງໜ້າທ່ານປະທານປະເທດ ຫງວຽນຊວັນຟຸກ ນຳໜ້າຄະນະຜູ້ແທນ ຫວຽດນາມ ເດີນທາງໄປເຂົ້າຮ່ວມພິທີສາບານຕົວເຂົ້າຮັບຕຳແໜ່ງປະທານາທິບໍດີ ຟີລິບປິນຂອງທ່ານ Ferdinand Romualdez Marcos Jr ອາຍຸການ 2022 - 2028, , ທີ່ໄດ້ຈັດຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງ ມານີລາ.

        ກ່ອນໜ້ານັ້ນ, ໃນວັນທີ 29 ມິຖຸນາ, ທ່ານນາງ ຫວໍທິແອັງຊວັນ ໄດ້ມີການພົບປະກັບທ່ານຮອງປະທານາທິບໍດີ ຟີລິບປິນຄົນໃໝ່ທ່ານນາງ Sara Duterte. ທີ່ການພົບປະ, ທ່ານນາງ ຫວໍທິແອັງຊວັນ ແລະ ທ່ານນາງ Sara Duterte ໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງສອງປະເທດສືບຕໍ່ພັດທະນາອັນດີງາມ, ເຫັນດີເປັນເອກະພາບວ່າໃນໄລຍະຈະມາເຖິງ, ຈະສົມທົບກັນຊຸກຍູ້ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເຊື່ອມຕໍ່ກົນໄກຮ່ວມມືສອງຝ່າຍທີ່ຖືກຜົນສະທ້ອນຈາກໂຄວິດ - 19 ໂດຍໄວ, ຍູ້ແຮງມາດຕະການສົ່ງເສີມ, ເປີດກວ້າງຂະໜາດການຮ່ວມມືດ້ານການຄ້າ - ການລົງທຶນ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຕັ້ງໜ້າແລກປ່ຽນ, ສົມທົບກັນເພື່ອແນໃສ່ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ທະເລຕາເວັນອອກ, ປະຕິບັດ DOC ແລະ ຊຸກຍູ້ການບັນລຸໄດ້ COCໂດຍໄວ.

(ແຫຼ່ງຄັດຈາກ VOV)


top