ຂ່າວສານ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ບ໊າ​ຮຸ່ງ: ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ເຂົ້າ​ຮ່ວມຄະ​ນະ​ກຳ​ມາ​ທິ​ການ ແມ່​ນ້ຳ​ຂອງ

ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ເນັ້ນໜັກວ່າ: ເພື່ອປະກອບສ່ວນຊຸກຍູ້ການຮ່ວມມືແມ່ນ້ຳຂອງເວົ້າລວມ ແລະ ເວທີປາໄສ MRC ເຂົ້າສູ່ຄວາມແທດຈິງ, ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາຢ່າງແຮງກ່ຽວກັບດ້ານການເມືອງ ແລະ ເຂົ້າຮ່ວມ MRC ຢ່າງເປັນເຈົ້າການ, ຕັ້ງໜ້າ ແລະ ມີປະສິດທິຜົນ, ດ້ວຍການປະກອບສ່ວນທີ່ພົ້ນເດັ່ນ.
  ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ຕອບສຳພາດຕໍ່ນັກຂ່າວ (ພາບ: TTXVN)  

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ສປປ.ລາວ ສອນໄຊ ສີພັນດອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມຂັ້ນສູງຄະນະກຳມາທິການ ແມ່ນ້ຳຂອງ ສາກົນ (MRC) ຄັ້ງທີ 4 ເຊິ່ງຈະຈັດຂຶ້ນໃນວັນທີ 5 ເມສາ ຢູ່ນະຄອນຫຼວງ ວຽງຈັນ. ເມື່ອຕອບສຳພາບຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ລາວ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ຖືວ່າ: ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສ MRC ຢ່າງຕັ້ງໜ້ານັບແຕ່ວິວັດການສ້າງຕັ້ງ ແລະ ໄດ້ປະກອບສ່ວນຫຼາຍຢ່າງກ່ຽວກັບເນື້ອໃນ ແລະ ຂົງເຂດການຮ່ວມມື.  ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໃຫ້ຮູ້ວ່າ:

ເລື່ອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມຂັ້ນສູງ ຄະນະກຳມາທິການແມ່ນ້ຳຂອງ ສາກົນຄັ້ງທີ 4 ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ ສືບຕໍ່ສະແດງໃຫ້ເຫັນການຖືເປັນສຳຄັນຂອງຫວຽດນາມ ຕໍ່ກົນໄກນີ້, ຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ, ພິເສດແມ່ນການເພີ່ມທະວີການປະຕິບັດສົນທິສັນຍາແມ່ນ້ຳຂອງ ປີ 1995 ຢ່າງມີປະສິດທິຜົນ, ຊຸກຍູ້ບັນດາເນື້ອໃນທີ່ເໝາະສົມກັບຜົນປະໂຫຍດຂອງ ຫວຽດນາມ ແລະ ມີຄວາມໝາຍຕໍ່ການພັດທະນາລວມ, ຍືນຍົງຂອງເຂດອ່າງໂຕງແມ່ນ້ຳ. ຂ້າພະເຈົ້າຖືວ່າ ດ້ວຍການເຂົ້າຮ່ວມ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຢູ່ກອງປະຊຸມຄັ້ງນີ້, ແນ່ນອນວ່າ ບົດບາດຂອງ ຫວຽດນາມ ຈະປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງກອງປະຊຸມຄັ້ງນີ້.

ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ເນັ້ນໜັກວ່າ: ເພື່ອປະກອບສ່ວນຊຸກຍູ້ການຮ່ວມມືແມ່ນ້ຳຂອງເວົ້າລວມ ແລະ ເວທີປາໄສ MRC ເຂົ້າສູ່ຄວາມແທດຈິງ, ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາຢ່າງແຮງກ່ຽວກັບດ້ານການເມືອງ ແລະ ເຂົ້າຮ່ວມ MRC ຢ່າງເປັນເຈົ້າການ, ຕັ້ງໜ້າ ແລະ ມີປະສິດທິຜົນ, ດ້ວຍການປະກອບສ່ວນທີ່ພົ້ນເດັ່ນ.

 


top