ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຝູ​ຈ້ອງ: ​ຮ​ວ່າ​ບິ່ງ ຕ້ອງ​ສູ້​ຊົນ​ກາຍ​ເປັນ​ແຂວງນອນ​ໃນ​ Top ແຖວ​ໜ້າ​ຂອງ​ເຂດພູດອ​ຍ ແລະ ພູ​ສູງ ພາກ​ເໜືອ ຫວຽດ​ນາມ

ຮວ່າບິ່ງ ຕ້ອງສືບຕໍ່ໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ຂອງທ້ອງຖິ່ນກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຟື້ນຟູການພັດທະນາເສດຖະກິດ; ຍູ້ແຮງການປົວແປງສະພາບແວດລ້ອມລົງທຶນດຳເນີນທຸລະກິດ.

ຮວ່າບິ່ງ ຕ້ອງສືບຕໍ່ໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ຂອງທ້ອງຖິ່ນກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຟື້ນຟູການພັດທະນາເສດຖະກິດ; ຍູ້ແຮງການປົວແປງສະພາບແວດລ້ອມລົງທຶນດຳເນີນທຸລະກິດ.

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ທີ່ການເຮັດວຽກ. 

ວັນທີ 22 ມີນາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະປະຕິບັດງານໄດ້ໄປຢ້ຽມຢາມ, ເຮັດວຽກຢູ່ແຂວງ ຮວ່າບິ່ງ. ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ ຮວ່າບິ່ງ ຕ້ອງສືບຕໍ່ໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ຂອງທ້ອງຖິ່ນກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຟື້ນຟູການພັດທະນາເສດຖະກິດ; ຍູ້ແຮງການປົວແປງສະພາບແວດລ້ອມລົງທຶນດຳເນີນທຸລະກິດ, ຍົກສູງສະມັດຕະພາບ, ຄຸນນະພາບ, ຄວາມສາມາດແກ້ງແຍ້ງຂອງພື້ນຖານເສດຖະກິດ ແລະ ວິສາຫະກິດ ເພື່ອລະດົມ, ຈັດແບ່ງ, ນຳໃຊ້ທຸກແຫຼ່ງກຳລັງເຂົ້າໃນການລົງທຶນພັດທະນາຢ່າງມີປະສິດທິຜົນ; ສຸມໃສ່ການສ້າງຊົນນະບົດໃໝ່ດ້ວຍລະດັບສູງ, ຊົນນະບົດໃໝ່ທີ່ເປັນແບບຢ່າງ.

        ຕອນເຊົ້າຂອງວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ, ໂອ້ລົມກັບກຳມະກອນ, ຜູ້ອອກແຮງງານບໍລິສັດ ຄົ້ນຄວ້າເຕັກນິກ R ຫວຽດນາມ ຈຳກັດ ຢູ່ຮວ່າບິ່ງ. ນີ້ແມ່ນວິສາຫະກິດ FDI ຍີ່ປຸ່ນ ທີ່ມີເງິນລົງທຶນ 11 ລ້ານ USD.

(ແຫຼ່ງຄັດຈາກ VOV)


top