ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ ພົບປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່ ຮ່າ​ໂນ້ຍ

ຕອນເຊົ້າວັນທີ 13 ພຶດສະພາ, ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ພ້ອມກັບບັນດາສະມາຊິກຄະນະ ສສຊ ນະຄອນ ຮ່າໂນ້ຍ ຫົວໜ່ວຍເລືອກຕັ້ງທີ 1 ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ ຫົວໜ່ວຍເລືອກຕັ້ງທີ 1 ຊື່ງລວມມີ 3 ເມືອງຂອງນະຄອນຫຼວງຄື: ດົງດາ, ບາດິ່ງ ແລະ ຮາຍບາຈຶງ.
  ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງ ຫົວໜ່ວຍເລືອກຕັ້ງ ເມືອງ ບາດິ່່ງ. (ພາບ: ຈີ໊ຢຸງ/TTXVN)  

ທີ່ກອງປະຊຸມ, ບັນດາຜູ້ມີສິດເລືອກຕັ້ງ ສະແດງຄວາມເຊື່ອໝັ້ນຕໍ່ແນວທາງ, ນະໂຍບາຍຊີ້ຂາດຂອງພັກ ແລະ ລັດ ຫວຽດນາມ, ນຳໜ້າແມ່ນທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ. ຊີວິດຂອງ ປຊຊ ໄດ້ຮັບການປົວແປງ, ສະພາບຟື້ນຟູເສດຖະກິດມີການຫັນປ່ຽນທີ່ຕັ້ງໜ້າຫຼາຍຢ່າງ, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ໄດ້ປະຕິບັດຢ່າງຂ້ຽວຂາດ, ບໍ່ມີເຂດຫ້າມ, ໄດ້ຮັບການສະໜັບສະໜູນຈາກ ປຊຊ.

ສຳລັບຄຳເຫັນຂອງຜູ້ມີສິດເລືອກຕັ້ງ ກ່ຽວກັບວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ສິ່ງຫຍໍ້ທໍ້ຂອງພັກ ແລະ ລັດໃນໄລຍະຜ່ານມາ ແລະ ບັນດາມາດຕະການໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ:

ໂດຍພື້ນຖານແລ້ວ, ບັນດາຄະດີເກົ່າຖືກຕິດຂ້າງໄວ້ກໍ່ໄດ້ພິພາກສາແລ້ວ. ມີບຸກຄົນຈຳນວນໜຶ່ງໄດ້ໜີໄປຕ່າງປະເທດ ແຕ່ໜີກໍ່ບໍ່ໄດ້ດອກ. ສານໄດ້ພິພາກສາໂດຍບໍ່ມີໜ້າ, ເປົ້າໝາຍຈະບໍ່ແມ່ນພົນລະເມືອງຂອງ ຫວຽດນາມ ອີກ. ຕາມກົດໝາຍສາກົນ, ຫວຽດນາມ ມີສິດສົມທົບກັບປະເທດຕ່າງໆເພື່ອໄລ່ຈັບ. ຫວຽດນາມ ຈະປະຕິບັດຢ່າງເດັດດ່ຽວ, ຂ້ຽວຂາດ.            


top