ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ນາ​ໂຕ ຢັ້ງ​ຢືນ​ຄວາມ​ສຳ​ຄັນ​ຂອງ​ເລື່ອງ​ສ້າງ​ແລວ​ທາງ​ມະ​ນຸດ​ສະ​ທຳ

ເລື່ອງສ້າງແລວທາງມະນຸດສະທຳ ເພື່ອຍົກຍ້າຍ ແລະ ອຸປະຖຳ ໃຫ້ແກ່ ປຊຊ ແມ່ນຄວາມຕ້ອງການ “ຫນ້ອຍສຸດ” ທີ່ຕ້ອງປະຕິບັດໂດຍທັນທີ ແລະ ແມ່ນສິ່ງສຳຄັນ ໂດຍບັນດານັກການທູດລັດເຊຍ ແລະ ຢູແກຼນ ຕ້ອງບັນລຸໄດ້.

ເລື່ອງສ້າງແລວທາງມະນຸດສະທຳ ເພື່ອຍົກຍ້າຍ ແລະ ອຸປະຖຳ ໃຫ້ແກ່ ປຊຊ ແມ່ນຄວາມຕ້ອງການ “ຫນ້ອຍສຸດ” ທີ່ຕ້ອງປະຕິບັດໂດຍທັນທີ ແລະ ແມ່ນສິ່ງສຳຄັນ ໂດຍບັນດານັກການທູດລັດເຊຍ ແລະ ຢູແກຼນ ຕ້ອງບັນລຸໄດ້.

    

ປຊຊ ອອກຈາກ ນະຄອນ ກີແອບ ເມື່ອວັນທີ  7/3/2022 (ພາບ: AFP/TTXVN)

ເລື່ອງສ້າງແລວທາງມະນຸດສະທຳ ເພື່ອຍົກຍ້າຍ ແລະ ອຸປະຖຳ ໃຫ້ແກ່ ປຊຊ ແມ່ນຄວາມຕ້ອງການ “ຫນ້ອຍສຸດ” ທີ່ຕ້ອງປະຕິບັດໂດຍທັນທີ ແລະ ແມ່ນສິ່ງສຳຄັນ ໂດຍບັນດານັກການທູດລັດເຊຍ ແລະ ຢູແກຼນ ຕ້ອງບັນລຸໄດ້. ຖະແຫຼງການດັ່ງກ່າວ ໂດຍທ່ານເລຂາທິການໃຫ່ຍ ນາໂຕ Jens Stoltenberg ຍົກອອກມາເມື່ອວັນທີ 11 ມີນາ ຢູ່ນອກເວທີປາໄສການທູດ  Antalya ຈັດຂຶ້ນໃນວັນດຽວກັນຢູ່ປະເທດ ຕວກກີ.

ກ່າວຄຳເຫັນກັບວົງການນັກຂ່າວ, ທ່ານເລຂາທິການໃຫ່ຍ ນາໂຕ Jens Stoltenberg ຢືນຢັນຄືນໃໝ່ວ່າ ສຳພັນທະມິດດ້ານການທະຫານນີ້ ຈະບໍ່ຜັນຂະຫຍາຍທະຫານ ຫຼືເຮືອບິນໄປຍັງ ຢູແກຼນ ແລະ ຊີ້ແຈ້ງວ່າ ຄວາມຮັບຜິດຊອບຂອງ ນາໂຕ ແມ່ນ “ສະກັດກັ້ນການປະທະກັນໃນປະຈຸບັນ ບໍ່ໃຫ້ປິນຂັ້ນໄດ ອອກໄປນອກເຂດຊາຍແດນ ຢູແກຼນ ກາຍເປັນສົງຄາມຮອບດ້ານລະຫວ່າງ ລັດເຊຍ ແລະ ນາໂຕ”.

(ແຫຼ່ງຄັດຈາກ VOV)


top