ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ Kazakhstan, Azerbaijan, Belarus ແລະ ຢ້ຽມ​ຢາມ​ສະ​ຫະ​ພັນ ລັດ​ເຊຍ​ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາທ່ານນາງ ໂງເຟືອງລີ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ໄປຢ້ຽມຢາມ ບັນດາປະເທດ.
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ (ພາບ: TTXVN )
ໂດຍຕອບສະໜອງຕາມ ຄຳເຊື້ອເຊີນຂອງທ່ານ Kassym-Jormat Tokayev ປະທານາທິບໍດີ ສ. Kazakhstan, ທ່ານ Ilham Aliyev ປະທານາທິບໍດີ ສ. Azerbaijan , ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ທ່ານ Aleksandr Lukashenko ປະທານາທິບໍດີ ສ. Belarus ວັນທີ 5 ພຶດສະພາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາທ່ານນາງ ໂງເຟືອງລີ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ໄປຢ້ຽມຢາມທາງລັດຖະກິດ ຢູ່ Kazakhstan, Azerbaijan, Belarus ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ ແລະ ຢ້ຽມຢາມສະຫະພັນ ລັດເຊຍຢ່າງເປັນທາງການ.

top