ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ ມອບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ແຮງ​ງານ ໃຫ້​ແກ່​ທ່ານ​ນາງ ຫງວຽນ​ທິ​ບິ່ງ

ທ່ານນາງ ຫງວຽນທິບິ່ງ ຊື່ແທ້ແມ່ນ ຫງວຽນທິເຈົາຊາ, ມີອາຍຸ 98 ປີ. ທ້າຍປີ 1968, ທ່ານນາງໄດ້ໄປຮອດນະຄອນຫຼວງ ປາຣີ, ຝລັ່ງເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ດ້ວຍຖານະເປັນຜູ້ຕາງໜ້າຂອງແນວໂຮມປະເທດຊາດປົດປ່ອຍພາກໃຕ້ ຫວຽດນາມ.
ທ່ານເລຂາທິການໃຫຍ່ ໂຕເລິມ ມອບນາມມະຍົດວິລະຊົນແຮງງານ ໃຫ້ແກ່ທ່ານນາງ ຫງວຽນທິບິ່ງ (ພາບ: VOV)
ວັນທີ 25 ສິງຫາ, ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໄດ້ມອບນາມມະຍົດວິລະຊົນແຮງງານ ໃຫ້ແກ່ທ່ານນາງ ອະດີດຮອງປະທານປະເທດ ຫງວຽນທິບິ່ງ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງຂະແໜງການຕ່າງປະເທດ. ຂໍ້ຕົກລົງມອບນາມມະຍົດວິລະຊົນແຮງງານໃຫ້ແກ່ທ່ານນາງ ຫງວຽນທິບິ່ງ ເພື່ອແນໃສ່ຮັບຮູ້ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງທ່ານນາງ ໃນຂົງເຂດການທູດ, ປະກອບສ່ວນເຂົ້າໃນພາລະກິດປະຕິວັດຂອງພັກ ແລະ ຊາດ ຫວຽດນາມ. ທ່ານນາງ ຫງວຽນທິບິ່ງ ຊື່ແທ້ແມ່ນ ຫງວຽນທິເຈົາຊາ, ມີອາຍຸ 98 ປີ. ທ້າຍປີ 1968, ທ່ານນາງໄດ້ໄປຮອດນະຄອນຫຼວງ ປາຣີ, ຝລັ່ງເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ດ້ວຍຖານະເປັນຜູ້ຕາງໜ້າຂອງແນວໂຮມປະເທດຊາດປົດປ່ອຍພາກໃຕ້ ຫວຽດນາມ.

top