ທຸກໄລຍະຂອງການປະຕິວັດ, ພັກກອມມູນິດ ຫວຽດນາມ ຍາມໃດກໍ່ກຳນົດຄວາມສາມັກຄີແມ່ນຄຸນຄ່າຫຼັກແຫຼ່ງ, ຄວາມມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນແນວທາງຍຸດທະສາດ, ກົກເຄົ້າຂອງແຫຼ່ງກຳລັງ ແລະ ກຳລັງໜູນຫຼັກແຫຼ່ງຂອງການປະຕິວັດ ຫວຽດນາມ.
ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ກ່າວຄຳເຫັນຊີ້ນຳ
ຕ້ອງໃກ້ຊິດປະຊາຊົນ, ກຳແໜ້ນຄວາມຫມຸ່ງຫວັງຂອງປະຊາຊົນ, ເຊື່ອມຊື່ມຢ່າງເລິກເຊິ່ງ ແລະ ປະຕິບັດທັດສະນະ “ປະຊາຊົນເປັນກົກ”, ທຸກການເຄື່ອນໄຫວຕ້ອງຖືຜົນປະໂຫຍດຂອງປະເທດຊາດ, ການຍົກສູງຊີວິດການເປັນຢູ່ຄວາມຜາສຸກຂອງປະຊາຊົນແມ່ນເໜືອກ່ວາສິ່ງໃດໝົດ. ນີ້ແມ່ນຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ທີ່ການເຮັດວຽກພັກກັບຄະນະພັກແນວໂຮມປະເທດຊາດ ແລະ ບັນດາໝູ່ຄະນະຂັ້ນສູນກາງ, ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 23 ມິຖຸນາ ຢູ່ຮ່າໂນ້ຍ.
ໂດຍມອບຂໍ້ຕົກລົງຂອງກົມການເມືອງກ່ຽວກັບບົດບາດໜ້າທີ່, ການຈັດຕັ້ງກົງຈັກສຳນັກງານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຕາມຮູບແບບໃໝ່ ແລະ ຜັນຂະຫຍາຍບັນດາໜ້າທີ່ຈຸດສຸມຂອງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງສະມາຊິກ, ທ່ານເລຂາທິການໃຫຍ່ ໂຕເລິມຢັ້ງຢືນວ່າ ທຸກໄລຍະຂອງການປະຕິວັດ, ພັກກອມມູນິດ ຫວຽດນາມ ຍາມໃດກໍ່ກຳນົດຄວາມສາມັກຄີແມ່ນຄຸນຄ່າຫຼັກແຫຼ່ງ, ຄວາມມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນແນວທາງຍຸດທະສາດ, ກົກເຄົ້າຂອງແຫຼ່ງກຳລັງ ແລະ ກຳລັງໜູນຫຼັກແຫຼ່ງຂອງການປະຕິວັດ ຫວຽດນາມ. ທ່ານເລຂາທິການໃຫຍ່ ສະເໜີແນວໂຮມປະເທດຊາດ ຫວຽດນາມ ພ້ອມກັບບັນດາອົງການຈັດຕັ້ງສະມາຊິກ ສືບຕໍ່ເສີມຂະຫຍາຍບົດບາດຫຼັກແຫຼ່ງດ້ານການເມືອງ, ເພີ່ມທະວີວຽກງານໂຄສະນາ, ເຕົ້າໂຮມ, ລະດົມປະຊາຊົນຫວຽດນາມ ໝົດທຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ
ແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງສະມຊິກ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ຕ້ອງເສີມຂະຫຍາຍປະຊາທິປະໄຕ, ຕັ້ງໜ້າເຂົ້າຮ່ວມປະກອບຄຳເຫັນໃສ່ເອກະສານກອງປະຊຸມໃຫຍ່ຂອງພັກຢູ່ຂັ້ນທຽບເທົ່າ, ປະກອບສ່ວນເຂົ້າຜົນສຳເລັດຂອງກອງປະຊຸມໃຫຍ່. ພາຍຫຼັງເຂົ້າເຄື່ອນໄຫວຕາມຮູບແບບກົງຈັກໃໝ່, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ບັນດາອົງການມະຫາຊົນ ໂດຍພັກ, ລັດ ມອບໝາຍໜ້າທີ່ຕ້ອງຕິດແທດບົດບາດໜ້າເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຢ່າງຄົບຊຸດ, ໃນນັ້ນຕ້ອງເອົາໃຈເຖິງບົດບາດໜ້າທີ່ຕິດຕາມ, ກວດກາຕີລາຄາສັງຄົມ, ປະກອບຄຳເຫັນກໍ່ສ້າງພັກ, ເປັນຂົວຕໍ່ຢ່າງໝັ້ນແກ່ນໃນການພົວພັນແບບເລືອດເນື້ອ “ພັກເພື່ອປະຊາຊົນ, ປະຊາຊົນເພື່ອພັກ”.