ໄລຍະນັບແຕ່ນີ້ຈົນຮອດປີ 2030 ແລະ ໄກກ່ວາອີກແມ່ນຮອດປີ 2045 ມີຄວາມໝາຍບານພັບ ຕໍ່ການພັດທະນາຂອງປະເທດຊາດ.ໃນວິວັດການນັ້ນ, ໄຕນິງສວມບົດບາດສຳຄັນທີ່ສຸດ, ບໍ່ພຽງແຕ່ສຳລັບການພັດທະນາສະເພາະຂອງແຂວງເທົ່ານັ້ນ ຫາກຍັງສຳລັບທັງເຂດ ແລະ ທົ່ວປະເທດອີກດ້ວຍ.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)
ຕອນບ່າຍວັນທີ 9 ກຸມພາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດອົງຄະນະພັກ, ປະຊາຊົນ, ຄອບຄົວນະໂຍບາຍດີເດັ່ນ, ຜູ້ມີຄຸນງາມຄວາມດີຢູ່ແຂວງ ໄຕນິງ.
ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ໄລຍະນັບແຕ່ນີ້ຈົນຮອດປີ 2030 ແລະ ໄກກ່ວາອີກແມ່ນຮອດປີ 2045 ມີຄວາມໝາຍບານພັບ ຕໍ່ການພັດທະນາຂອງປະເທດຊາດ.ໃນວິວັດການນັ້ນ, ໄຕນິງສວມບົດບາດສຳຄັນທີ່ສຸດ, ບໍ່ພຽງແຕ່ສຳລັບການພັດທະນາສະເພາະຂອງແຂວງເທົ່ານັ້ນ ຫາກຍັງສຳລັບທັງເຂດ ແລະ ທົ່ວປະເທດອີກດ້ວຍ. ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງທາງແຂວງ ໄຕນິງ ພັດທະນາບັນດາເຂດ, ກຸ່ມອຸດສາຫະກຳ ຕິດພັນກັບການ logistics; ຜັນຂະຫຍາຍທ່າໄດ້ປຽບເສດຖະກິດດ່ານຊາຍແດນຢ່າງມີປະສິດທິຜົນ, ຄ່ອຍໆສ້າງລະບົບມູນຄ່າເຊື່ອມຕໍ່ເຂດ, ເຊື່ອມຕໍ່ຕະຫຼາດກຳປູເຈຍ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້.