ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ແຂວງ ກ​ວ໋າງ​ຈິ​ ໃໝ່ ສືບ​ຕໍ່​ປົວ​ແປງ​ພືິ້ນ​ຖານ​ໂຄງ​ລ່າງ ແລະ ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ຕີລາຄາສູງວຽກງານກະກຽມຄວາມພ້ອມເພື່ອເຄື່ອນໄຫວກົງຈັກການຈັດຕັ້ງບໍລິຫານຂອງແຂວງ ກວ໋າງຈິໃໝ່ ໃນວັນທີ 01 ກໍລະກົດ ຈະມາເຖິງ.
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ

ຕອນເຊົ້າວັນທີ 25 ມິຖຸນາ, ຢູ່ແຂວງ ກວ໋າງບິ່ງ, ເມື່ອມາຢ້ຽມຢາມ ແລະ ເຮັດວຽກກັບຄະນະປະຈຳຄະນະພັກແຂວງ ກວ໋າງບິ່ງ ແລະ ຄະນະປະຈຳຄະນະພັກແຂວງ ກວ໋າງຈິ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ຕີລາຄາສູງວຽກງານກະກຽມຄວາມພ້ອມເພື່ອເຄື່ອນໄຫວກົງຈັກການຈັດຕັ້ງບໍລິຫານຂອງແຂວງ ກວ໋າງຈິໃໝ່ ໃນວັນທີ 01 ກໍລະກົດ ຈະມາເຖິງ.

        ເພື່ອຂຸດຄົ້ນບັນດາກຳລັງບົ່ມຊ້ອນ, ທ່າໄດ້ປຽບ ແລະ ລັກສະນະເສີມສ້າງໃຫ້ກັນລະຫວ່າງສອງເຂດຂອງແຂວງ ກວ໋າງຈິໃໝ່ ຢ່າງມີປະສິດທິຜົນ, ທ່ານເລຂາທິການໃຫຍ່ ສະເໜີໃຫ້ແຂວງໃໝ່ຕ້ອງເປັນເຈົ້າການສຳຫຼວດກວດຄືນທັງໝົດລະບົບວາງແຜນຜັງ, ຈັດພື້ນທີ່ພັດທະນາຕາມທິດປະສົມ, ຮ່ວມສຳພັນເຂດ ແລະ ເສີມຂະຫຍາຍທ່າໄດ້ປຽບເພີ່ມເຕີມລະຫວ່າງສອງທ້ອງຖິ່ນເກົ່າ. ທາງແຂວງກໍຕ້ອງກຳນົດບັນດາແລວພັດທະນາຢ່າງຈະແຈ້ງ. ພ້ອມດຽວກັນນັ້ນ, ທາງແຂວງກໍຕ້ອງລົງທຶນຢ່າງມີຈຸດສຸມເຂົ້າພື້ນຖານໂຄງລ່າງທີ່ຈຳເປັນ, ການບໍລິການສັງຄົມໂດຍພື້ນຖານຢູ່ເຂດຫ່າງໄກສອກຫຼີກ, ພິເສດແມ່ນບັນດາຕາແສງເຂດພູດອຍ, ຊາຍແດນ, ເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ.


top