ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມ​ລ​າຍ​ການ​ສິ​ລະ​ປະ “ບົດ​ເພງ​ມະ​ຫາ​ໄຊ”

ຕອນຄ່ຳວັນທີ 2 ພຶດສະພາ, ຢູ່ໂຮງລະຄອນ ໂຮ່ເກືອມ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ພ້ອມດ້ວຍບັນດາການນຳ, ອະດີດການນຳພັກ, ລັດ ຫວຽດນາມ ໄດ້ເຂົ້າຮ່ວມຊົມລາຍການສະແດງສິລະປະ “ບົດເພງມະຫາໄຊ” ໂດຍກະຊວງຕຳຫຼວດ ຫວຽດນາມ ຈັດຂຶ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີ ແຫ່ງວັນໄຊຊະນະຟາດຊິດ (9 ພຶດສະພາ 1945 – 9 ພຶດສະພາ 2025).
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ພ້ອມດ້ວຍບັນດາການນຳ, ອະດີດການນຳພັກ, ລັດ ຫວຽດນາມ ເຂົ້າຊົມລາຍການ (ພາບ: TTXVN)

ເພື່ອແນໃສ່ເຊີດຊູບັນດາຄຸນຄ່າມະນຸດສະທຳ ແລະ ແຜ່ກະຈາຍສານສັນຕິພາບໃນທົ່ວໂລກ, ພິເສດແມ່ນນ້ຳໃຈມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ສະຫະພັນ ລັດເຊຍ, ລາຍການສະແດງສິລະປະ “ບົດເພງມະຫາໄຊ” ໄດ້ແນະນຳບັນດາຜົນງານດົນຕີຊື່ດັງຂອງ ລັດເຊຍ ສູ່ມະຫາຊົນ. ພ້ອມກັບດົນຕີ ລັດເຊຍ, ລາຍການສະແດງສິລະປະ “ບົດເພງມະຫາໄຊ” ຍັງສະແດງບັນດາບົດເພງທີ່ມີຊື່ສຽງຂອງ ຫວຽດນາມ ອີກດ້ວຍ. ລາຍການມີການເຂົ້າຮ່ວມຂອງ ວົງດົນຕີປະສານສຽງ ຮ່າໂນ້ຍ, ໂຮງມະໂຫລະສົບດົນຕີລະຄອນລຳ ຫວຽດນາມ.

ໃນຕະຫຼອດໄລຍະເກືອບ 1 ສະຕະວັດ, ອະດີດສະຫະພາບໂຊຫວຽດ  ຫຼື ສະຫະພັນ ລັດເຊຍ ໃນປັດຈຸບັນຍາມໃດກໍຮ່ວມເດີນທາງພ້ອມກັບປະຊາຊົນ ຫວຽດນາມ ໃນຂະບວນວິວັດຕໍ່ສູ້ຍາດເອົາເອກະລາດ, ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ໃນວິວັດທະນາການສ້າງສັງຄົມນິຍົມ.


top