ຕອນເຊົ້າວັນທີ 02 ທັນວາ, ຢູ່ສະໜາມຫຼວງ ພະທາດຫຼວງ, ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນພິທີສະເຫຼີມສະຫຼອງວັນສະຖາປະນາປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2 ທັນວາ 1975 – 2 ທັນວາ 2025). ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມ.
ບັນດາຜູ້ແທນເຂົ້າຮ່ວມພິທີໂຮມຊຸມນຸມມິດຕິງສະຫຼອງະຫຼອງວັນວັນສະຖາປະນາປະເທດ ສປປ. ລາວ ຄົບຮອບ 50 ປີ (ພາບ: TTXVN)
ເມື່ອອ່ານສູນທອນພົດໃນພິທີ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ຢັ້ງຢືນວ່າ ປະເທດລາວ ສືບຕໍ່ຢຶດໝັ້ນແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ຮ່ວມມືເພື່ອການພັດທະນາ, ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືກັບບັນດາເພື່ອນມິດ, ຄູ່ຮ່ວມມືພັດທະນາ; ໃນນັ້ນ, ສືບຕໍ່ເພີ່ມທະວີຄວາມສາມັກຄີ, ສາຍພົວພັນອັນສະໜິດແໜ້ນກັບບັນດາເພື່ອນມິດຍຸດທະສາດ; ສ້າງພື້ນຖານເອກະລາດ, ເປັນເຈົ້າຕົນເອງ, ຢຶດໝັ້ນເສັ້ນທາງພັດທະນາຢ່າງດຸ່ນດ່ຽງ, ກົມກ່ຽວລະຫວ່າງເສດຖະກິດກັບວັດທະນະທຳ - ສັງຄົມ ແລະ ສິ່ງແວດລ້ອມຕາມທິດສີຂຽວ ແລະ ຍືນຍົງ; ສືບຕໍ່ຂຸດຄົ້ນ ແລະ ເສີມຂະຫຍາຍທ່າແຮງ, ກຳລັງບົ່ມຊ້ອນ ແລະ ກຳລັງແຮງສັງລວມຂອງຊາດສົມທົບກັບກຳລັງແຮງຂອງຍຸກສະໄໝໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ບົນພື້ນຖານເຊີດຊູສະຕິຊົນຊາດ, ຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກ້າວເດີນສູ່ໂລກຢ່າງໝັ້ນແກ່ນ; ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ປະຊາຊົນຊົມໃຊ້ຜົນງານພັດທະນາຢ່າງຍຸຕິທຳ ແລະ ທົ່ວເຖິງ, ສ້າງຊີວິດອີ່ມໜຳສຳລານ, ສົມບູນພູນສຸກໃຫ້ແກ່ປະຊາຊົນຢ່າງບໍ່ຢຸດຢັ້ງ.
ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີ (ພາບ: TTXVN)
ພາຍຫຼັງບົດກ່າວສູນທອນພົດຂອງທ່ານທອງລຸນ ສີສຸລິດເລຂາທິການໃຫຍ່, ປະທານປະເທດ ລາວ, ແມ່ນພິທີສວນສະໜາມ, ສະແດງກ້ອນກຳລັງຂອງບັນດາກຳລັງປະກອບອາວຸດ; ບັນດາກະຊວງ, ຄະນະ, ຂະແໜງການ; ບັນດາອົງການຈັດຕັ້ງ, ອົງການມະຫາຊົນການເມືອງ - ສັງຄົມ, ເຊິ່ງສະແດງໃຫ້ເຫັນຜົນງານ ໃນທຸກຂົງເຂດຊີວິດ, ສັງຄົມ, ເສດຖະກິດ ແລະ ການປ້ອງກັນຊາດ ເຊິ່ງພັກ ແລະ ປະຊາຊົນລາວບັນດາເຜົ່າຍາດມາໄດ້ໃນຕະຫຼອດໄລຍະ 50 ປີ ຜ່ານມາຢ່າງມີຊີວິດຊີວາ.