ຫວຽດນາມ ຍາມໃດກໍ່ເຄົາລົບ, ຈົດຈຳອາລົມຈິດນ້ຳໃຈສາມັກຄີ ແລະ ການສະໜັບສະໜູນເຊິ່ງກຸຍບາ ສະຫງວນໃຫ້ແກ່ ຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ.
ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ການຕ້ອນຮັບ ທ່ານ Salvador Valdes Mesa ກຳມະການກົມການເມືອງ, ຮອງປະທານປະເທດ ກຸຍບາ (ພາບ: TTXVN)
ວັນທີ 30 ເມສາ, ຢູ່ນະຄອນ ໂຮ່ຈີມິນ ພາຍຫຼັງພິທີສະເຫຼີມສະຫຼອງ, ເດີນຂະບວນ ສວນສະໜາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2025), ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໃຫ້ການຕ້ອນຮັບ ທ່ານ Salvador Valdes Mesa ກຳມະການກົມການເມືອງ, ຮອງປະທານປະເທດ ກຸຍບາ ທີ່ພວມຢູ່ຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມພິທີ.
ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ເຄົາລົບ, ຈົດຈຳອາລົມຈິດນ້ຳໃຈສາມັກຄີ ແລະ ການສະໜັບສະໜູນເຊິ່ງກຸຍບາ ສະຫງວນໃຫ້ແກ່ ຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ຫວຽດນາມ ຕັດສິນໃຈຮ່ວມເດີນທາງ, ພ້ອມແລ້ວທີ່ຈະເຮັດທຸກສິ່ງທຸກຢ່າງໃນຄວາມສາມາດຂອງຕົນເພື່ອສະໜັບສະໜູນ ກຸຍບາ.
ສ່ວນທ່ານ Salvador Valdes Mesa ກຳມະການກົມການເມືອງ, ຮອງປະທານປະເທດ ກຸຍບາ ຢັ້ງຢືນວ່າ ໄຊຊະນະຂອງວັນທີ 30 ເມສາ 1975 ບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນໄຊຊະນະຂອງປະຊາຊົນໝົດທຸກຄົນທີ່ຮັກຫອມສັນຕິພາບໃນໂລກອີກດ້ວຍ.