ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບົດ​ບາດ​ຂອງແຂວງ ອານ​ຢາງໃໝ່ ໃນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ແຫ່ງ​ຊາດ

ພາຍຫຼັງໂຮມ 2 ແຂວງ ເຂົ້າກັນ, ໜ້າທີ່ສຳຄັນແຖວໜ້າແມ່ນ ປັບປຸງຄວາມເປັນເອກະພາບດ້ານແນວຄິດ, ສ້າງຄວາມເຫັນດີເຫັນພ້ອມ, ເສີມຂະຫຍາຍມູນເຊື້ອປະຕິວັດ ແລະ ຄວາມຄາດຫວັງບືນຕົວຂຶ້ນຂອງທັງສອງແຂວງ.
ບັນຍາກາດການເຮັດວຽກ

ຕອນເຊົ້າວັນທີ 04 ມິຖຸນາ ຢູ່ແຂວງ ກຽນຢາງ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ເປັນປະທານການເຮັດວຽກກັບຄະນະປະຈຳພັກແຂວງ ກຽນຢາງ ແລະ ຄະນະປະຈຳພັກແຂວງ ອານຢາງ ກ່ຽວກັບສະພາບການຜັນຂະຫຍາຍປະຕິບັດບັນດາມະຕິ, ບົດສະຫຼຸບຂອງສູນກກາງ; ການສັບຊ້ອນກົງຈັກການຈັດຕັ້ງ, ວຽກງານສະຖຽນລະພາບໃນທຸກດ້ານ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ວຽກງານຊີ້ນຳນຳພາປະຕິບັດໜ້າທີ່ເຕີບໂຕເສດຖະກິດ, ວຽກງານຊ່ວຍເຫຼືອສັງຄົມ, ການຫຼຸດຜ່ອນຄວາມທຸກຍາກ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ຢູ່ 2 ທ້ອງຖິ່ນ.

ກ່າວຄຳເຫັນສະຫຼູບການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ ພາຍຫຼັງໂຮມ 2 ແຂວງ ເຂົ້າກັນ, ໜ້າທີ່ສຳຄັນແຖວໜ້າແມ່ນ ປັບປຸງຄວາມເປັນເອກະພາບດ້ານແນວຄິດ, ສ້າງຄວາມເຫັນດີເຫັນພ້ອມ, ເສີມຂະຫຍາຍມູນເຊື້ອປະຕິວັດ ແລະ ຄວາມຄາດຫວັງບືນຕົວຂຶ້ນຂອງທັງສອງແຂວງ.

“ແຂວງ ອານຢາງໃໝ່ ຕ້ອງສ້າງກົງຈັກການຈັດຕັ້ງໃຫ້ມີສະຖຽນລະພາບຢ່າງວ່ອງໄວ, ພ້ອມທັງສຸມແຫຼ່ງກຳລັງປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ ດ້ວຍນ້ຳໃຈເປັນເຈົ້າການ, ປະດິດຄິດສ້າງ, ຂ້ຽວຂາດ ແລະ ມີໄຫວພິບ. ເປົ້າໝາຍໃນຕໍ່ໜ້າແມ່ນສູ້ຊົນປະຕິບັດສຳເລັດບັນດາຄາດໝາຍຂອງປີ 2025 ຢ່າງຮອບດ້ານ, ພິເສດແມ່ນການເຕີບໂຕ GRDP ບັນລຸກວ່າ 8%, ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການເຕີບໂຕ 2 ຕົວເລກໃນໄລຍະຕໍ່ໄປ”.

ຕອນບ່າຍຂອງວັນດຽວກັນ, ຢູ່ນະຄອນ ເກີ່ນເທີ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເປັນປະທານການເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ເກີ່ນເທີ ແລະ ຄະນະປະຈຳພັກແຂວງ ຊອກຈັງ ແລະ ເຮົ້າຢາງ ກ່ຽວກັບສະພາບການຜັນຂະຫຍາຍການປະຕິບັດບັນດາມະຕິ, ບົດສະຫຼຸບຂອງສູນກາງ; ການໂຮມແຂວງ, ຫົວໜ່ວຍບໍລິຫານຂັ້ນແຂວງຢູ່ 3 ທ້ອງຖິ່ນດັ່ງກ່າວ.


top