ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວ​ຽນ​ຝູ​ຈ້ອງ ພົບ​ປະ​​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ກ່ອນ​ດຳ​ເນີນກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 4 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ XV

ຕອນເຊົ້າວັນທີ 15 ຕຸລາ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ພ້ອມດ້ວຍສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ຮາຍບ່າຈຶງ, ດົ໊ງດາ, ບາດິ່ງ ກ່ອນດຳເນີນກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.
  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ການພົບປະ  

ທີ່ການພົບປະ, ຜູ້ມີສິດເລືອກຕັ້ງຂອງທັງ 3 ເມືອງ ໄດ້ສະແດງຄວາມປິຕິຊົມຊື່ນ ທີ່ສະພາແຫ່ງຊາດ ໄດ້ມານະພະຍາຍາມຫຼາຍຢ່າງໃນການຄົ້ນຄວ້າປ່ຽນແປງໃໝ່, ຍົກສູງຄຸນນະພາບການເຄື່ອນໄຫວ. ເພື່ອຟື້ນຟູການເຄື່ອນໄຫວຜະລິດ, ດຳເນີນທຸລະກິດໂດຍໄວ, ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ, ຜູ້ມີສິດເລືອກຕັ້ງຈຳນວນໜຶ່ງໄດ້ສະເໜີວ່າ ສະພາແຫ່ງຊາດ, ລັດຖະບານ ຕ້ອງສືບຕໍ່ມີນະໂຍບາຍໜູນຊ່ວຍວິສາຫະກິດໃຫ້ມີປະສິດທິຜົນກວ່າອີກ, ໂດຍສະເພາະແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ.

ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຖືວ່າ ຜູ້ມີສິດເລືອກຕັ້ງຍົກອອກບັນດາບັນຫາຂອງປະເທດຊາດໄດ້ຢ່າງເລິກເຊິ່ງ ແລະ ຕິດແທດກັບພຶດຕິກຳຕົວຈິງທີ່ສຸດ. ຄະນະສະມາຊິກສະພາແຫ່ງຊາດ ຈະຮັບເອົາທຸກຄຳເຫັນປະກອບນັ້ນ ແລະ ລວບລວມ, ລາຍງານຕໍ່ສະພາແຫ່ງຊາດ. ທ່ານເລຂາທິການໃຫຍ່ກໍເນັ້ນໜັກວ່າ ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຍັງສືບຕໍ່ດຳເນີນ, ມີບາງກໍລະນີຈຸດສຸມພວມດຳເນີນ ແລະ ຈະສືບຕໍ່ດຳເນີນ. ເນື່ອງໃນໂອກາດນີ້, ທ່ານກໍສະແດງຄວາມຫວັງວ່າ ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງ ຮ່າໂນ້ຍ ຈະສູ້ຊົນພັດທະນາຢ່າງແຮງ, ນັບມື້ນັບຍົກສູງທີ່ຕັ້ງບົດບາດຂອງນະຄອນຫຼວງ ຫວຽດນາມ ບໍ່ໃຫ້ນ້ອຍໜ້າໄປກວ່ານະຄອນຫຼວງຂອງປະເທດອື່ນໃນໂລກ.


 


top