ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ເປັນ​ປະ​ທານກອງ​ປະ​ຊຸມ​ກົມ​ການ​ເມືອງ ປະ​ກອບ​ຄຳ​ເຫັນ​ໃສ່​ເນື້ອ​ໃນ​ສຳ​ຄັນ​ຈຳ​ນວນ​ໜ​ຶ່ງ

ຕອນເຊົ້າວັນທີ 11 ມີນາ, ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານ ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມກົມການເມືອງ, ປະກອບຄຳເຫັນໃສ່ເນື້ອໃນສຳຄັນຈຳນວນໜຶ່ງ.

ຕອນເຊົ້າວັນທີ 11 ມີນາ, ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານ ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມກົມການເມືອງ, ປະກອບຄຳເຫັນໃສ່ເນື້ອໃນສຳຄັນຈຳນວນໜຶ່ງ.

    

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານ ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ສຳລັບແຜນຮ່າງສະຫຼຸບການປະຕິບັດມະຕິວ່າດ້ວຍທິດທາງ, ໜ້າທີ່, ມາດຕະການພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ອາຍຸການ 2001 – 2020, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃສ່ໃຈວ່າ ມະຕິຂອງກົມການເມືອງ ຕ້ອງສະແດງອອກໃຫ້ເຫັນການກຳນົດທິດແນວຄິດຊີ້ນຳກ່ຽວກັບຄວາມສຳຄັນ, ແຜນນະໂຍບາຍນະໂຍບາຍໃຫຍ່, ບໍ່ລົງເລິກລາຍລະອຽດ; ຈຳເປັນຕ້ອງອອກມະຕິ, ຢັ້ງຢືນຖານະບົດບາດທີ່ຕັ້ງ ຄວາມໝາຍຄວາມສຳຄັນຂອງຂົງເຂດເສດຖະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

        ສ່ວນແຜນຮ່າງສະຫຼຸບໄລຍະ 5 ປີແຫ່ງການປະຕິບັດບົດສະຫຼຸບຂອງກົມການເມືອງ ກ່ຽວກັບການເພີ່ມທະວີການນຳພາຂອງພັກ, ສຳລັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ຫວ່າງມໍ່ໆມານີ້, ວຽກງານນີ້ ໄດ້ຮັບການຍູ້ແຮງດ້ວຍຄວາມຕັດສິນໃຈສູງກວ່າ, ຂ້ຽວຂາດກວ່າ; ບໍ່ພຽງແຕ່ຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງເທົ່ານັ້ນ ຫາກຍັງຖືວຽກງານປ້ອງກັນ, ຕ້ານປະກົດການຫຍໍ້ທໍ້ເປັນສຳຄັນ ດ້ວຍຈຸດສຸມແມ່ນການເສື່ອມທາດຂາດຄຸນທາງດ້ານແນວຄິດການເມືອງ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດ.

(ແຫຼ່ງຄັດຈາກ VOV)


top