ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ພົບ​ປະ​ກັບ​ການ​ນຳ, ອະ​ດີດ​ການ​ນຳ​ພັກ, ລັດ

ໃນໂອກາດກະກຽມຕ້ອນຮັບບຸນເຕັດປີຂານ 2022, ສະເຫຼີມສະຫຼອງ 92 ປີແຫ່ງວັນສ້າງພັກກອມມູນິດ ຫວຽດນາມ ( 3/2/1930 – 3/2/2022) ຕອນເຊົ້າວັນທີ 29 ມັງກອນ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງໄດ້ເປັນປະທານການພົບປະ, ອວຍພອນບຸນເຕັດບັນດາ ນັກປະຕິວັດຜູ້ອາວຸໂສ, ການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ພ້ອມກັບການນຳບັນດາອົງການຂັ້ນສູນກາງ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມກັບບັນດາການນຳ, ອະດີດການນຳ ພັກ, ລັດ. (ພາບ: TTXVN)

ທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ, ປີ 2021 ຜ່ານມາ, ເຖິງວ່າ ສະພາບການໂລກ ແລະ ພາຍໃນປະເທດ ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ໂລກລະບາດ, ໄພທຳມະຊາດ ຢ່າງຮ້າຍແຮງກໍ່ຕາມ, ແຕ່ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຍັງສາມັກຄີ, ເປັນຈິດໜຶ່ງໃຈດຽວກັນ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບັນລຸໄດ້ໝາກຜົນ, ຜົນງານທີ່ສຳຄັນ, ຮອບດ້ານໃນທຸກຂົງເຂດ, ທັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ທັງສຸມໃສ່ຮັກສາ,ຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. ທ່ານ ຫງວຽນຝູຈ້ອງ ຮຽກຮ້ອງວ່າ:

ເພີ່ມທະວີການກໍ່ສ້າງ, ປັບປຸງພັກ, ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ແລະ ລະບົບການເມືອງຢ່າງປອດໃສ, ເຂັ້ມແຂງ, ປະຕິຮູບການບໍລິຫານ, ຕຸລາການ, ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ໄພຫຍໍ້ທໍ້, ຟຸມ ເຟືອຍ, ປະຕິບັດການປະຢັດ. ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັບປະກັນຄວາມວະຫງົບທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດໂດຍໄວ ແລະ ຍືນຍົງ.

(ແຫຼ່ງຄັດຈາກ VOV)


top