ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ: ທຸກ​ສິດ​ອຳ​ນາດ ລ້ວນ​ແຕ່​ຕ້ອງ​ໄດ້ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ ດ້ວຍ​ກົນ​ໄກ ແລະ ຜູກ​ມັດ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ

ຕອນເຊົ້າວັນທີ 30 ມິຖຸນາ ຢູ່ສຳນັກງານສູນກາງພັກ, ກົມການເມືອງ, ຄະນະເລຂາ ໄດ້ຈັດກອງປະຊຸມທົ່ວປະເທດສະຫຼຸບ 10 ປີ ແຫ່ງການປະຕິບັດວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ໄລຍະ 2012 – 2022 ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນຳສູນກາງພັກ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້. ເຂົ້າຮ່ວມກອງປະຊຸມ ມີທ່ານປະທານປະເທດ ຫວຽດນາມ ຫງວຽນຊວັຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ກອງປະຊຸມດັ່ງກ່າວໄດ້ເຊື່ອມຕໍ່ກັບກວ່າ 4.100 ສະຖານທີ່ຖ່າຍທອດສົດໃນທົ່ວປະເທດ ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 81.000 ຄົນ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່, ຫງວຽນຝູຈ້ອງ ຢັ້ງຢືນວ່າ ວຽກງານພົບເຫັນ ແລະ ແກ້ໄຂການສໍ້ລາດບັງຫຼວງໃນໄລຍະຜ່ານມາໄດ້ຮັບການຊີ້ນຳ ແລະ ປະຕິບັດຢ່າງເປັນລະບົບ, ຄົບຊຸດ, ຂ້ຽວຂາດ ແລະ ມີປະສິດທິຜົນ. ຈາກສະພາບການຕົວຈິງຂອງວຽກງານນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຍົກໃຫ້ເຫັນ 6 ບົດຮຽນໃຫຍ່ ມີຄຸນຄ່າທັງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ. “ຕ້ອງມີທ່າທີຂ້ຽວຂາດແທ້, ບໍ່ຜ່ອນຜັນ, ຕ້ອງມີການກະທຳທີ່ຂ້ຽວຂາດ, ລະອຽດ ແລະ ມີປະສິດທິຜົນທີ່ສຸດ. ຫົວໜ້າຕ້ອງຮັບຜິດຊອບກ່ຽວກັບຈຸດອ່ອນ, ຂໍ້

“ຕ້ອງມີທ່າທີຂ້ຽວຂາດແທ້, ບໍ່ຜ່ອນຜັນ, ຕ້ອງມີການກະທຳທີ່ຂ້ຽວຂາດ, ລະອຽດ ແລະ ມີປະສິດທິຜົນທີ່ສຸດ. ຫົວໜ້າຕ້ອງຮັບຜິດຊອບກ່ຽວກັບຈຸດອ່ອນ, ຂໍ້ຜິດພາດກ່ຽວກັບການສໍ້ລາດບັງຫຼວງທີ່ເກີດຂຶ້ນຢູ່ອົງການ, ສຳນັກງານ, ຫົວໜ່ວຍ, ທ້ອງຖິ່ນຂອງຕົນ. ຜູ້ທີ່ມີໜ້າທີ່ຕຳແໜ່ງ, ສິດອຳນາດຕ້ອງຝຶກຝົນຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ; ພ້ອມທັງເພີ່ມທະວີການຕິດຕາມກວດກາ, ຄວບຄຸມການປະຕິບັດສິດອຳນາດຂອງຜູ້ມີໜ້າທີ່ຕຳແໜ່ງ, ສິດອຳນາດ ຢ່າງມີປະສິດທິຜົນ. ທຸກສິດອຳນາດຕ້ອງໄດ້ຮັບການຄວບຄຸມຢ່າງເຄັ່ງຄັດດ້ວຍກົນໄກ; ສິດອຳນາດຕ້ອງຜູກມັດດ້ວຍຄວາມຮັບຜິດຊອບ; ສິດອຳນາດຮອດໃສ ຄວາມຮັບຜິດຊອບຮອດຫັ້ນ, ສິດອຳນາດຍິ່ງສູງ ຄວາມຮັບຜິດຊອບຍິ່ງຫຼາຍ.” 

    

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມ

ຕອນເຊົ້າວັນທີ 30 ມິຖຸນາ ຢູ່ສຳນັກງານສູນກາງພັກ, ກົມການເມືອງ, ຄະນະເລຂາ ໄດ້ຈັດກອງປະຊຸມທົ່ວປະເທດສະຫຼຸບ 10 ປີ ແຫ່ງການປະຕິບັດວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ໄລຍະ 2012 – 2022 ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນຳສູນກາງພັກ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້.  ເຂົ້າຮ່ວມກອງປະຊຸມ ມີທ່ານປະທານປະເທດ ຫວຽດນາມ ຫງວຽນຊວັຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ກອງປະຊຸມດັ່ງກ່າວໄດ້ເຊື່ອມຕໍ່ກັບກວ່າ 4.100 ສະຖານທີ່ຖ່າຍທອດສົດໃນທົ່ວປະເທດ ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 81.000 ຄົນ.

        ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່, ຫງວຽນຝູຈ້ອງ ຢັ້ງຢືນວ່າ ວຽກງານພົບເຫັນ ແລະ ແກ້ໄຂການສໍ້ລາດບັງຫຼວງໃນໄລຍະຜ່ານມາໄດ້ຮັບການຊີ້ນຳ ແລະ ປະຕິບັດຢ່າງເປັນລະບົບ, ຄົບຊຸດ, ຂ້ຽວຂາດ ແລະ ມີປະສິດທິຜົນ. ຈາກສະພາບການຕົວຈິງຂອງວຽກງານນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຍົກໃຫ້ເຫັນ 6 ບົດຮຽນໃຫຍ່ ມີຄຸນຄ່າທັງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ.

        “ຕ້ອງມີທ່າທີຂ້ຽວຂາດແທ້, ບໍ່ຜ່ອນຜັນ, ຕ້ອງມີການກະທຳທີ່ຂ້ຽວຂາດ, ລະອຽດ ແລະ ມີປະສິດທິຜົນທີ່ສຸດ. ຫົວໜ້າຕ້ອງຮັບຜິດຊອບກ່ຽວກັບຈຸດອ່ອນ, ຂໍ້ຜິດພາດກ່ຽວກັບການສໍ້ລາດບັງຫຼວງທີ່ເກີດຂຶ້ນຢູ່ອົງການ, ສຳນັກງານ, ຫົວໜ່ວຍ, ທ້ອງຖິ່ນຂອງຕົນ. ຜູ້ທີ່ມີໜ້າທີ່ຕຳແໜ່ງ, ສິດອຳນາດຕ້ອງຝຶກຝົນຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ; ພ້ອມທັງເພີ່ມທະວີການຕິດຕາມກວດກາ, ຄວບຄຸມການປະຕິບັດສິດອຳນາດຂອງຜູ້ມີໜ້າທີ່ຕຳແໜ່ງ, ສິດອຳນາດ ຢ່າງມີປະສິດທິຜົນ. ທຸກສິດອຳນາດຕ້ອງໄດ້ຮັບການຄວບຄຸມຢ່າງເຄັ່ງຄັດດ້ວຍກົນໄກ; ສິດອຳນາດຕ້ອງຜູກມັດດ້ວຍຄວາມຮັບຜິດຊອບ; ສິດອຳນາດຮອດໃສ ຄວາມຮັບຜິດຊອບຮອດຫັ້ນ, ສິດອຳນາດຍິ່ງສູງ ຄວາມຮັບຜິດຊອບຍິ່ງຫຼາຍ.” 

(ແຫຼ່ງຄັດຈາກ VOV)


top