ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ: ຕ້ອງ​ຢຶດ​ໝັ້ນ, ມີ​ແບບ​ມີ​ແຜນ ແລະ ມີ​ລັກ​ສະ​ນະ​ຊວນ​ເຊື່ອ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ

ທີ່ການພົບປະ, ມີຜູ້ມີສິດເລືອກຕັ້ງຫຼາຍທ່ານໄດ້ຕີລາຄາສູງຄວາມມານະພະຍາຍາມໃນການຊີ້ນຳ, ບໍລິຫານຂອງລັດຖະບານ ໃນໄລຍະຜ່ານມາ, ເຂົາເຈົ້າຖືວ່າ ບັນດາເນື້ອໃນລາຍການຢູ່ກອງປະຊຸມທີ່ສະພາແຫ່ງຊາດ ຄັດເລືອກ ລ້ວນແຕ່ ແມ່ນບັນຫາທີ່ຈຳເປັນ, ມີຄວາມໝາຍສຳຄັນໃນການຟື້ນຟູ…
  ທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)  

ໂດຍປະຕິບັດລາຍການພົບປະກັບຜູ້ມີສິດເລືອກຕັ້ງ ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ XV, ຕອນເຊົ້າວັນທີ 23 ມິຖຸນາ, ທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ພ້ອມກັບບັນດາສະມາຊິກສະພາແຫ່ງຊາດ ໜ່ວຍເລືອກຕັ້ງເລກ1, ຄະນະສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ, ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງບາດິ່ງ, ດົ່ງດາ ແລະ ຮາຍບ່າຈຶງ.

ທີ່ການພົບປະ, ມີຜູ້ມີສິດເລືອກຕັ້ງຫຼາຍທ່ານໄດ້ຕີລາຄາສູງຄວາມມານະພະຍາຍາມໃນການຊີ້ນຳ, ບໍລິຫານຂອງລັດຖະບານ ໃນໄລຍະຜ່ານມາ, ເຂົາເຈົ້າຖືວ່າ ບັນດາເນື້ອໃນລາຍການຢູ່ກອງປະຊຸມທີ່ສະພາແຫ່ງຊາດ ຄັດເລືອກ ລ້ວນແຕ່ ແມ່ນບັນຫາທີ່ຈຳເປັນ, ມີຄວາມໝາຍສຳຄັນໃນການຟື້ນຟູ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ພາຍຫຼັງພະຍາດໂຄວິດ - 19  ກໍ່ຄືຕິດແໜ້ນກັບການດຳລົງຊີວິດຂອງປະຊາຊົນ…ພິເສດ, ບັນດາຜູ້ມີສິດເລືອກຕັ້ງໄດ້ສະແດງຄວາມເຄົາລົບ, ເຊື່ອໃຈ ແລະ ຕີລາຄາສູງບົດບາດຂອງທ່ານເລຂາທິການໃຫຍ່, ຂອງຄະນະຊີ້ນຳຂັ້ນສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ,  ຟຸມເຟືອຍ, ໄພຫຍໍ້ທໍ້ໃນບາງກໍລະນີທີ່ເກີດຂຶ້ນໃນໄລຍະຜ່ານມາ.

ໂດຍຕາງໜ້າໃຫ້ສະມາຊິກສະພາແຫ່ງຊາດ ໜ່ວຍເລືອກຕັ້ງເລກ1, ທ່ານ ຫງວຽນຝູຈ້ອງ ໄດ້ຮັບເອົາບັນດາຄຳເຫັນເຊິ່ງ ຕິດແທດກັບຕົວຈິງຂອງຜູ້ມີສິດເລືອກຕັ້ງເປັນຈຳນວນຫຼາຍ. ແລກປ່ຽນກ່ຽວກັບບາງເນື້ອໃນລະອຽດທີ່ຜູ້ມີສິດເລືອກຕັ້ງຍົກອອກມາ, ເຊິ່ງກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຢັ້ງຢືນທັດສະນະສະເໝີຕົ້ນສະເໝີປາຍຂອງ ສູນກາງແມ່ນຕ້ອງປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ຢ່າງເດັດດ່ຽວ, ມີມະນຸດສະທຳ, ມີແບບມີແຜນ ແລະ ມີລັກສະນະຊວນເຊື່ອ.


top