ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູຈ​້ອງ ໃຫ້​ການ​ຕ້ອນ​ຮັບ​ ເລ​ຂາ​​ພັກ​ນະ​ຄອນ, ປະ​ທານ​ສະ​ພາ​ປະ​ຊາ​ຊົນະ​ຄອນຫຼວງ ວຽງ​ຈັນ

ວັນທີ 10 ສິງຫາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ ອານຸພາບ ຕຸນາລົມ ເລຂາສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກນະຄອນ, ປະທານສະພາປະຊາຊົນະຄອນຫຼວງ ວຽງຈັນ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ວັນທີ 10 ສິງຫາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ ອານຸພາບ ຕຸນາລົມ ເລຂາສູນກາງພັກປະຊາຊົນປະຕິວັດລາວ,  ເລຂາພັກນະຄອນ, ປະທານສະພາປະຊາຊົນະຄອນຫຼວງ ວຽງຈັນ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

   

ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງໃຫ້ການຕ້ອນຮັບທ່ານ ອານຸພາບ ຕຸນາລົມ   ເລຂາພັກນະຄອນ, ປະທານສະພາປະຊາຊົນະຄອນຫຼວງ ວຽງຈັນ (ພາບ: TTXVN)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມໃນປີ ສາມັກຄີມິດຕະພາບ ຫວຽດນາມ - ລາວ 2022 ແລະ ສອງຝ່າຍຫາກໍ່ສົມທົບກັນຈັດຕັ້ງ ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວຢູ່ນະຄອນຫຼວງຂອງສອງປະເທດຢ່າງສຳເລັດຜົນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາສູງຕໍ່ຜົນການຮ່ວມມືນັບມື້ນັບມີປະສິດທິຜົນລະຫວ່າງສອງນະຄອນຫຼວງ; ທ່ານຫວັງວ່າ ນະຄອນຫຼວງວຽງຈັນຈະສືບຕໍ່ສົມທົບກັນ ຢ່າງແໜ້ນແຟ້ນ, ຮ່ວມມືກັບນະຄອນຫຼວງຮ່າໂນ້ຍ ແລະ ບັນດາແຂວງ, ນະຄອນຂອງ ຫວຽດນາມ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການ ຢ່າງຮອບດ້ານໃນທຸກຂົງເຂດ ແລະ ສອງນະຄອນຫຼວງຕ້ອງແຂ່ງຂັນກັນ ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກຢ່າງມີໄຊ.

ທ່ານ ອານຸພາບ ຕຸນາລົມ ຂໍຖືເປັນກຽດສົ່ງຄຳຢຶ້ຢາມຖາມຂ່າວທີ່ອົບອຸ່ນຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຕໍ່ການເລຂາທິການໃຫຍ່ ຫງວຽນຝູຈ້ອງ; ທ່ານສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງນຳໜ້າ, ປະຊາຊົນ ຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານໃໝ່ ໃຫຍ່ຫຼວງຫຼາຍຢ່າງຕື່ມອີກ.

(ແຫຼ່ງຄັດຈາກ VOV)


top