ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູຈ້ອງ ລົງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວ​ງ​ກ໋​ວາງ​ນິງ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ຊົນຊັ້ນກຳມະກອນ ຫວຽດນາມ ຍາມໃດກໍ່ມີຈຸດພິເສດສະເພາະ, ບໍ່ພຽງແຕ່ເປັນແຮງງານທີ່ມີສີມືດີ ເທົ່ານັ້ນ ແຕ່ກໍ່ຍັງມີຊີວິດວັດທະນະທຳທີ່ອຸດົມສົມບູນ, ຍາມໃດກໍ່ຊ່ວຍເຫຼືອເຊິ່ງກັນແລະກັນ ຕະຫຼອດການ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ຊົນຊັ້ນກຳມະກອນ ຫວຽດນາມ ຍາມໃດກໍ່ມີຈຸດພິເສດສະເພາະ, ບໍ່ພຽງແຕ່ເປັນແຮງງານທີ່ມີສີມືດີ ເທົ່ານັ້ນ ແຕ່ກໍ່ຍັງມີຊີວິດວັດທະນະທຳທີ່ອຸດົມສົມບູນ, ຍາມໃດກໍ່ຊ່ວຍເຫຼືອເຊິ່ງກັນແລະກັນ ຕະຫຼອດການ.

    

ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ເຮັດວຽກກັບການນຳແຂວງກ໋ວາງນິງ

ໃນການໄປປະຕິບັດງານຢູ່ແຂວງກ໋ວາງນິງ, ຕອນເຊົ້າວັນທີ 6 ເມສາ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ລົງຢ້ຽມຢາມອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງກ໋ວາງນິງ, ເຮັດວຽກກັບຄະນະປະຈຳຄະນະພັກແຂວງກ໋ວາງນິງ ແລະ ການນຳຫຼັກແຫຼ່ງກ່ຽວກັບສະພາບການ, ໝາກຜົນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ 15. ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງກ່າວວ່າ : 

    “ຕ້ອງຜູກມັດຢ່າງກົມກຽວການພັດທະນາລະຫວ່າງຕົວເມືອງກັບຊົນນະບົດ, ຊຸກຍູ້ການເຊື່ອມຕໍ່ຂົງເຂດ. ບັນດາຕົວເມືອງຂອງແຂວງ ກວາງນິງ ພວມພັດທະນາຢ່າງວ່ອງໄວ, ນອກຈາກນັ້ນ, ກວາງນິງ ຍັງມີເຂດຊົນນະບົດທີ່ກວ້າງຂວາງ, ຊາວເຜົ່າສ່ວນໜ້ອຍ, ປະຊາຊົນຢູ່ໝູ່ເກາະ... ເພາະສະນັ້ນ ໃນຍຸດທະສາດພັດທະນາຂອງແຂວງ ກວາງນິງ ຕ້ອງສຸມໃສ່ກໍ່ສ້າງຊົນນະບົດໃໝ່. , ລົງທຶນເຂົ້າໃນການພັດທະນາກະສິກຳສີຂຽວ - ສະອາດ, ຊົນນະບົດທັນສະໄໝ, ຊາວກະສິກອນສີວິໄລ, ເປັນພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງ. ດ້ວຍຖານະບົດບາດທີ່ສຳຄັນຂອງຕົນ, ກວາງນິງ ຕ້ອງເສີມຂະຫຍາຍບົດບາດນຳໜ້າໃນການປ່ຽນແປງໃໝ່ ຢູ່ເຂດທົ່ງພຽງພາກເໜືອ, ແມ່ນທ້ອງຖິ່ນທີ່ມີການເຕີບໂຕຂອງພາກເໜືອ; ເອົາໃຈໃສ່ເຖິງເສດຖະກິດທະເລຕິດພັນກັບກັບການປົກປັກຮັກສາແຫຼ່ງຊັບພະຍາກອນທຳມະຊາດ ແລະ ສະພາບແວດລ້ອມນິເວດເພື່ອພັດທະນາການທ່ອງທ່ຽວແບບຍືນຍົງ.”

      ກ່ອນໜ້ານັ້ນທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງຍັງໄດ້ໄປຢ້ຽມຢາມ, ກວດກາ, ໃຫ້ກຳລັງໃຈພະລັງງານ, ພາລະກອນບໍລິສັດຫຸ້ນສ່ວນຖ່ານຫີນ ວ່າງແຢງ - Vinacomin ໃນບໍລິເວນນະຄອນອວງບີ້ ເມື່ອໂອ້ລົມກັບກຳມະກອນ, ນັກເຕັກນິກຂອງໜ່ວຍງານ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຢັ້ງຢືນເຖິງບົດບາດສຳຄັນ ແລະ ມູນເຊື້ອຂອງຊົນຊັ້ນກຳມະກອນຫວຽດນາມ ເວົ້າລວມ ແລະ ຂອງແຂວງກ໋ວາງນິງເວົ້າສະເພາະ ໃນທຸກຍຸກສະໄໝ, ນັບແຕ່ໃນສະໄໝຕໍ່ຕ້ານ, ສະໄໝສັນຕິພາບຕະຫຼອດຮອດກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ຊົນຊັ້ນກຳມະກອນ ຫວຽດນາມ ຍາມໃດກໍ່ມີຈຸດພິເສດສະເພາະ, ບໍ່ພຽງແຕ່ເປັນແຮງງານທີ່ມີສີມືດີ ເທົ່ານັ້ນ ແຕ່ກໍ່ຍັງມີຊີວິດວັດທະນະທຳທີ່ອຸດົມສົມບູນ, ຍາມໃດກໍ່ຊ່ວຍເຫຼືອເຊິ່ງກັນແລະກັນ ຕະຫຼອດການ.

(ແຫຼ່ງຄັດຈາກ VOV)


top