ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ປະ​ເທດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ຈີນ ຢ່າງ​ເປັນ​ທາງ​ການ

ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງໄດ້ດຳເນີນພາຍຫຼັງສິ້ນສຸດກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດ ຈີນ, ແມ່ນເຫດການການຕ່າງປະເທດສຳຄັນພິເສດສຳລັບ ຫວຽດນາມ ແລະ ຈີນ
  ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ແລະ ປະທານປະເທດ ສາທາລະນະລັດປະຊາຊົນ ຈີນ ສີຈິ້ນຜິງ 

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານສູນກາງພັກກອມມູນິດ ຈີນ, ປະທານປະເທດ ສາທາລະນະລັດປະຊາຊົນ ຈີນ ສີຈິ້ນຜິງ, ຕອນເຊົ້າວັນທີ 30 ຕຸລາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກຮ່າໂນ້ຍໄປຢ້ຽມຢາມປະເທດ ສປ.ຈີນ ຢ່າງເປັນທາງການ.

ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງໄດ້ດຳເນີນພາຍຫຼັງສິ້ນສຸດກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດ ຈີນ, ແມ່ນເຫດການການຕ່າງປະເທດສຳຄັນພິເສດສຳລັບ ຫວຽດນາມ ແລະ ຈີນ, ຊື່ງຫາງສຽງສອງປະເທດ ແລະ ສາກົນມີຄວາມສົນໃຈ, ສະແດງຄວາມເຄົາລົບຖັບຖືຂອງພັກກອມມູນິດ ຈີນ ແລະ ພະນະທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ສຳລັບທີ່ຕັ້ງ, ບົດບາດສາກົນຂອງຫວຽດນາມ ແລະ ພະນະທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ.


top