ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ຕ່ຳ ອິນ​ເດຍ Om Birla

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ຕີລາຄາສູງການພັດທະນາອັນດີງາມຂອງການພົວພັນສອງປະເທດ, ເຫັນດີເປັນເອກະພາບຕໍ່ບັນດາຂໍ້ສະເໜີຂອງທ່ານ Om Birla, ທ່ານກໍ່ສະເໜີໃຫ້ສອງປະເທດ ໃນໄລຍະຈະມາເຖິງຈະ ສືບຕໍ່ສົມທົບກັນ ແລະ ແບ່ງປັນບົດຮຽນປະສົບການເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງກ່ວາອີກ.

ທ່ານເລຂາທິການ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໃຫ້ການຕ້ອນຮັບທ່ານປະທານສະພາຕ່ຳ ອິນເດຍ Om Birla (ພາບ: TTXVN)

ຕອນບ່າຍວັນທີ 20 ເມສາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາຕ່ຳ ອິນເດຍ Om Birla ຊຶ່ງພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ທີ່ການຕ້ອນຮັບ, ທ່ານປະທານສະພາຕ່ຳອິນເດຍ Om Birla ຢັ້ງຢືນວ່າ ອິນເດຍ ຖືຫວຽດນາມ ແມ່ນເສົາຄ້ຳສຳຄັນໃນນະໂຍບາຍກະທຳມຸ່ງໄປສູ່ທິດຕາເວັນອອກ ແລະ ຍຸດທະສາດ ມະຫາສະມຸດ - ອິນເດຍ ປາຊີຟິກ, ສະເໜີ ຊຸກຍູ້ການຮ່ວມມືໃນຂົງເຂດການປ້ອງກັນຊາດ,ປ້ອງກັນຄວາມສະຫງົບ, ການຄ້າ, ພະລັງງານ, ການທ່ອງທ່ຽວ, ແລກປ່ຽນວັດທະນະທຳ, ການພົວພັນແລກປ່ຽນປະຊາຊົນ.

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ຕີລາຄາສູງການພັດທະນາອັນດີງາມຂອງການພົວພັນສອງປະເທດ, ເຫັນດີເປັນເອກະພາບຕໍ່ບັນດາຂໍ້ສະເໜີຂອງທ່ານ Om Birla, ທ່ານກໍ່ສະເໜີໃຫ້ສອງປະເທດ ໃນໄລຍະຈະມາເຖິງຈະ ສືບຕໍ່ສົມທົບກັນ ແລະ ແບ່ງປັນບົດຮຽນປະສົບການເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງກ່ວາອີກ. ທ່ານເລຂາທິການໃຫຍ່ກໍ່ສະເໜີໃຫ້ 2 ຝ່າຍສືບຕໍ່ແລກປ່ຽນປຶກສາຫາລື ແລະ ສົມທົບກັນຢ່າງແໜ້ນແຟ້ນໃນເວທີປາໄສລັດຖະສະພາສາກົນ, ແບ່ງປັນທັດສະນະກ່ຽວກັບບັນຫາໃນພາກພື້ນ ແລະ ສາກົນ, ປະກອບສ່ວນປັບປຸງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

top