ວັນທີ 1 ມີນາ, ໃນຂອບເຂດການຢ້ຽມຢາມອີີຣັກຄັ້ງທຳອິດພາຍຫຼັງ 6 ປີ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ມີການພົບປະກັບບັນດາເຈົ້າໜ້າທີ່ຂອງປະເທດພາກຕາເວັນອອກກາງນີ້.
ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: Hadi Mizban/AP)
ກ່າວຄຳເຫັນທີ່ການຖະແຫຼງການຮ່ວມ ພາຍຫຼັງການພົບປະກັບທ່ານນາຍົກລັດຖະມົນຕີ ອີຣັກ Mohammed Shia al-Sudani, ທ່ານ Antonio Guterres ໄດ້ຢັ້ງຢືນວ່າ ການຢ້ຽມຢາມຂອງທ່ານ ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ສປຊ ກ່ຽວກັບການສະໜັບສະໜູນ ແລະ ໜູນຊ່ວຍທີ່ສະຫງວນໃຫ້ແກ່ Baghdad ໃນວິວັດການປັບປຸງບັນດາກົນໄກປະຊາທິປະໄຕ, ຊຸກຍູ້ສັນຕິພາບ, ພັດທະນາແບບຍືນຍົງ ແລະ ສິດທິມະນຸດ ໃຫ້ປະຊາຊົນອີຣັກ.
ການນຳ ສປຊ ຕີລາຄາສູງຄຳໝັ້ນສັນຍາຂອງ ທ່ານນາຍົກລັດຖະມົນຕີ ອີຣັກ ກ່ຽວກັບການແກ້ໄຂບັນດາສິ່ງທ້າທາຍໂດຍດ່ວນທີ່ສຸດເຊິ່ງອີຣັກພວມປະເຊີນໜ້າ, ກ່ຽວກັບການຕ້ານການສໍ້ລາດບັງຫຼວງ, ຍົກສູງຄຸນນະພາບການບໍລິການສາທາລະນະ, ຫັນພື້ນຖານເສດຖະກິດເປັນຫຼາຍຮູບແບບ ເພື່ອຫຼຸດຜ່ອນອັດຕາວ່າງງານ ແລະ ສ້າງກາລະໂອກາດໃຫ້ແກ່ປະຊາຊົນ, ພິເສດແມ່ນໄວໜຸ່ມ.