ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ເນັ້ນ​ໜັກ​ບົດ​ບາດ​ຂອງ ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ

ເລື່ອງບັນດາປະເທດລົງນາມໃນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລໃນ 40 ປີກ່ອນ ແມ່ນບາດກ້າວເດີນສຳຄັນເພື່ອບໍລິຫານ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍສຳລັບມະຫາສະໝຸດ - ແຫຼ່ງຜົນປະໂຫຍດລວມທີ່ໃຫຍ່ຫຼວງຂອງມວນມະນຸດ.
  ທ່ານເລຂາທິການໃຫຍ່ Antonio Guterres (ພາບ: TTXVN)  
ກ່າວຄຳເຫັນທີ່ກອງປະຊຸມຂອງສະມັດຊາໃຫຍ່ ສປຊ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຮັບຮອງເອົາສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ຄົບຮອບ 40 ປີ ເຊິ່ງຖືກດຳເນີນໃນວັນທີ 8 ທັນວາ, ທ່ານເລຂາທິການໃຫຍ່ Antonio Guterres ເນັ້ນໜັກວ່າ ເລື່ອງບັນດາປະເທດລົງນາມໃນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລໃນ 40 ປີກ່ອນ ແມ່ນບາດກ້າວເດີນສຳຄັນເພື່ອບໍລິຫານ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍສຳລັບມະຫາສະໝຸດ - ແຫຼ່ງຜົນປະໂຫຍດລວມທີ່ໃຫຍ່ຫຼວງຂອງມວນມະນຸດ. ທ່ານເລຂາທິການໃຫຍ່ Antonio Guterres ຖືວ່າ ໂລກຕ້ອງວາງອອກຄວາມຄາດຫວັງທີ່ໃຫຍ່ກວ່າ ແລະ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຮັບຮອງເອົາສົນທິສັນຍາສະບັບດັ່ງກ່າວ ຕ້ອງຖືວ່າແມ່ນຄຳຕັກເຕືອນທີ່ສຳຄັນກ່ຽວກັບເລື່ອງສືບຕໍ່ນຳໃຊ້ລະບອບລະບຽບການທີ່ຈຳເປັນນີ້ເພື່ອແກ້ໄຂສິ່ງທ້າທາຍຕ່າງໆໃນປັດຈຸບັນ. ບັນດາຝ່າຍຕ້ອງຮັບຮອງເອົາຂໍ້ຕົກລົງຫຼຸດຜ່ອນເງິນຊ່ວຍເຫຼືອການຫາປາ ທີ່ຫາກໍບັນລຸໄດ້ຫວ່າງມໍ່ໆມານີ້, ເພື່ອຮັບປະກັນວ່າ ທຸກນະໂຍບາຍກ່ຽວກັບມະຫາສະໝຸດ ຕ້ອງໄດ້ເລີ່ມມາຈາກພື້ນຖານວິທະຍາສາດທີ່ດີທີ່ສຸດ ພ້ອມກັບຄວາມຮູ້ດ້ານເສດຖະກິດ, ສັງຄົມທີ່ໂດດເດັ່ນ.

top