ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Antonio Guterres ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 21 – 22 ຕຸລາ.

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 21 – 22 ຕຸລາ.

    

ທ່ານເລຂາທິການໃຫຍ່ ສປຊ Antonio Guterres  ແລະ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ນີ້ແມ່ນການຢ້ຽມຢາມສຳຄັນຂອງຜູ້ນຳສູງສຸດຂອງອົງການຈັດຕັ້ງຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກ ຄືດັ່ງຄຳເຫັນຂອງ ທ່ານ Antonio Guterres ກ່ອນດຳເນີນການຢ້ຽມຢາມ. ນັ້ນແມ່ນການສະແດງໃຫ້ເຫັນສານຢ່າງແຮງກ່ຽວກັບເລື່ອງ ສປຊ ຖືການພົວພັນຄູ່ຮ່ວມມືກັບ ຫວຽດນາມ ເປັນສຳຄັນໃນ 45 ປີຜ່ານມາ ໂດຍຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາສະມາຊິກທີ່ຂາດບໍ່ໄດ້ຂອງ ສປຊ, ຫວຽດນາມ ໄດ້, ກຳລັງ ແລະ ຈະມີການປະກອບສ່ວນຢ່າງມີຄວາມໝາຍເຂົ້າໃນວຽກງານລວມຂອງ ສປຊ ໃນການແກ້ໄຂສິ່ງທ້າຍທົ່ວໂລກ, ເພື່ອສັນຕິພາບ ແລະ ການພັດທະນາໃນທົ່ວໂລກ.

        ຄາດວ່າ, ໃນຂອບເຂດການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຈະໄປວາງພວງມາລາ ແລະ ເຂົ້າສຸສານໄຫວ້ອາໄລປະທານໂຮ່ຈີມິນ, ເຂົ້າຮ່ວມພິທີຕ້ອນຮັບທາງການ, ພົບປະເຈລະຈາກັບທ່ານປະທານປະເທດ; ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ…

ແຫຼ່ງຄັດຈາກ VOV


top