ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າພັກກອມມູນິດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາພັກການເມືອງຢູ່ໄທ, ໃນນັ້ນມີພັກພູມໃຈໄທ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ໄທ ອະນຸທິນ ຈັນວິຣະກຸນ (ພາບ: TTXVN)
ຕອນເຊົ້າວັນທີ 9 ມິຖຸນາ,ຢູ່ສຳນັກງານຫ້ອງວ່າການປະທານປະເທດທີ່ຮ່າໂນ້ຍ ກ່າວຄຳເຫັນທີການຕ້ອນຮັບທ່ານນາຍົກລັດຖະມົນຕີ ໄທ ອະນຸທິນ ຈັນວິຣະກຸນ ທີ່ພວມຢ້ຽມຢາມ ຫວຽດນາມຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນຄັ້ງທີ 3, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ສະເໜີສອງປະເທດສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເປີດກ້ວາງການຮ່ວມມືດ້ານເສດຖະກິດ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ການພົວພັນແລກປ່ຽນປະຊາຊົນ, ຮັກສາບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນກົນໄກກອງປະຊຸມລັດຖະບານ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າພັກກອມມູນິດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາພັກການເມືອງຢູ່ໄທ, ໃນນັ້ນມີພັກພູມໃຈໄທ.
ສ່ວນທ່ານນາຍົກລັດຖະມົນຕີ ໄທຢັ້ງຢືນຈະຊຸກຍູ້ຍຸດທະສາດ ສາມເຊື່ອມຕໍ່ຢ່າງແທ້ຈິງ (ເຊື່ອມຕໍ່ລະບັບການສະໜອງ, ເຊື່ອມຕໍ່ວິສາຫະກິດ ແລະ ທ້ອງຖິ່ນສອງປະເທດ, ເຊື່ອມຕໍ່ບັນດາຍຸດທະສາດການເຕີບໂຕແບບຍືນຍົງ).