ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ສືບຕໍ່ກຳນົດບັນດາບຸກທະລຸຍຸດທະສາດຢ່າງຈະແຈ້ງກວ່າ, ຍູ້ແຮງການໝູນໃຊ້ບັນດາເຕັກໂນໂລຢີຍຸດທະສາດ, ສ້າງລະບົບຂໍ້ມູນດີຈີຕອນແຫ່ງຊາດກ່ຽວກັບຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ແລະ ດິນຟ້າອາກາດ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ກ່າວຄຳເຫັນໃນການເຮັດວຽກ (ພາບ: VOV)
ຕອນບ່າຍວັນທີ 10 ມິຖຸນາ, ຢູ່ສຳນັກງານສູນກາງພັກ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເຮັດວຽກກັບຄະນະພັກລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງກ່ຽວກັບການສະຫຼຸບວຽກງານປະຕິບັດມະຕິສະບັບເລກທີ 24 ລົງວັນທີ 03 ມິຖຸນາ 2013 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XI ວ່າດ້ວຍເລື່ອງເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເພີ່ມທະວີການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີວ່າ:
“ຕ້ອງມີບາດກ້າວຫັນປ່ຽນຈິນຕະນາການໃນການປົກປັກຮັກສາສິ່ງແວດລ້ອມ, ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ຈະແຈ້ງ ແລະ ເລິກເຊິ່ງກວ່າອີກ. ຕ້ອງຢັ້ງຢືນຢ່າງຈະແຈ້ງວ່າ ການປົກປັກຮັກສາສິ່ງແວດລ້ອມ ແລະ ການຮັບມືກັບການປ່ຽນແປງດິນຟ້າອາກາດແມ່ນໜຶ່ງໃນບັນດາເສົາຄ້ຳຂອງຮູບແບບພັດທະນາໃໝ່ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIV ໄດ້ກຳນົດໄວ້. ສິ່ງແວດລ້ອມບໍ່ແມ່ນຄ່າໃຊ້ຈ່າຍຂອງການພັດທະນາ. ສິ່ງແວດລ້ອມແມ່ນເງື່ອນໄຂຂອງການພັດທະນາ. ການລົງທຶນໃຫ້ແກ່ສິ່ງແວດລ້ອມ ແມ່ນການລົງທຶນໃຫ້ແກ່ອະນາຄົດ; ຫັນຈາກຈິນຕະນາການຮັບມື ໄປສູ່ຈິນຕະນາການເປັນເຈົ້າການສ້າງສາພັດທະນາ”.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ສືບຕໍ່ກຳນົດບັນດາບຸກທະລຸຍຸດທະສາດຢ່າງຈະແຈ້ງກວ່າ, ຍູ້ແຮງການໝູນໃຊ້ບັນດາເຕັກໂນໂລຢີຍຸດທະສາດ, ສ້າງລະບົບຂໍ້ມູນດີຈີຕອນແຫ່ງຊາດກ່ຽວກັບຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ແລະ ດິນຟ້າອາກາດ.