ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ

ຕອນເຊົ້າວັນທີ 17 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບບັນດາທ່ານເອກອັກຄະລັດຖະທູດບັນດາປະເທດ: ຈີນ, ສີລັງກາ, ໂອຕາລິດ ແລະ ອີກຈຳນວນໜຶ່ງເຂົ້າຍື່ນສານຕາຕັ້ງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ  ແລະ ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ເຂືອຫງວຍ

ເມື່ອກ່າວຄຳເຫັນທີ່ການຕ້ອນຮັບບັນດາທ່ານເອກອັກຄະລັດຖະທູດປະເທດຕ່າງໆນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເຊື່ອໝັ້ນວ່າ ບັນດາເອກອັກຄະລັດຖະທູດ ຈະເສີມຂະຫຍາຍບົດບາດເປັນຂົວຕໍ່ສຳຄັນໃຫ້ເປັນຢ່າງດີ, ປະກອບສ່ວນຢ່າງແທດຈິງເຂົ້າໃນການຊຸກຍູ້ສາຍພົວພັນລະຫວ່າງ ຫວຽດນາມ ກັບແຕ່ລະປະເທດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກໍເນັ້ນໜັກວ່າ ພັກ, ລັດ, ປະຊາຊົນ ຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບທຸກປະເທດໃນໂລກ. ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ເຂືອຫງວຍ ຢັ້ງຢືນວ່າ, ທ່ານຈະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ; ເສີມຂະຫຍາຍບົດບາດເປັນຜູ້ປະສານງານ, ຊຸກຍູ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຈີນ ສົມທົບກັບຝ່າຍ ຫວຽດນາມ ຜັນຂະຫຍາຍເນື້ອໃນຄວາມຮັບຮູ້ລວມຂອງການນຳຂັ້ນສູງ ແລະ ຂໍ້ຕົກລົງສະບັບຕ່າງໆ ທີ່ສອງຝ່າຍໄດ້ລົງນາມເປັນລະອຽດ; ຮັກສາການສົມທົບກັນຢ່າງແໜ້ນແຟ້ນໃນບັນດາກົນໄກຮ່ວມມືຫຼາຍຝ່າຍ, ເວທີປາໄສສາກົນ; ພ້ອມກັນຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນຢູ່ທະເລໃຫ້ເປັນຢ່າງດີ.


top