ຂ່າວສານ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.
ທ່ານ​ເຈິ່ນ​ເກິ້ມ​ຕູ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ (ພາບ: VNA)

ວັນ​ທີ 22 ກັນ​ຍາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທ່ານ​ເຈິ່ນ​ເກິ້ມ​ຕູ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ, ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ໂດຍ​ທ່ານ ຄຳພັນ ບຸນພາຄົມ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ, ເປັນ​ຫົວ​ໜ້າ​ຄະ​ນະ, ມາ​ຄົ້ນ​ຄ້​ວາ, ແລກ​ປ່ຽນ​ຫົວ​ເລື່ອງ​ສະ​ເພາະ​ຢູ່ ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ເຈິ່ນ​ເກິ້ມ​ຕູ ເນັ້ນ​ໜັ້ກ​ວ່າ ເລື່ອງ​ສອງ​ພັກ​ຮັກ​ສາ​ການ​ແລກ​ປ່ຽນ​ໃນ​ທຸກ​ຂັ້ນເປັນ​ປະ​ຈຳ​​ກ່ຽວ​ກັບ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ຕົວ​ຈິງ ດ້ວຍຫຼາຍ​ຫົວ​ຂໍ້​ທີ່​ອຸ​ດົມ​ສົມ​ບູນ, ແທ້​ຈິງ​ແລະ ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ. ນັ້ນ​ບໍ່​ພຽງ​ແຕ່ແມ່ນ​ພະ​ຍານຫຼັກ​ຖານ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ໃຫ້​ແກ່​ການ​ພົວ​ພັນ​ສະ​ໜິດ​ສະ​ໜົມ​, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ສ​ອງ​ພັກ, ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ເວ​ທີ​ປາ​ໄສ​ເພື່ອ​ໃຫ້​ສອງ​ຝ່າຍ​ແບ່ງ​ປັນ​ບັນ​ດາ​ຜົນງານ​ດ້ານ​ທິດ​ສະ​ດີ ແລະ ບົດ​ຮຽນ​ປະ​ສົບ​ການ​ຕົວ​ຈິງ ໃນ​ການ​ສ້າງ, ປັບ​ປຸງ​ລະ​ບົບ​ການ​ເມືອງ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ​ໃນ​ສະ​ພາບ​ການ​ໃໝ່.

ສ່​ວນ​ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.


top